ກອງປະຊຸມ ສະພາແຫ່ງຊາດ ຄົ້ນຄວ້າ ພິຈາລະນາ ບັນຫາ ສຳຄັນ ຂອງຊາດ
ກອງປະຊຸມ ສະໄໝສາມັນ ເທື່ອທີ່ 4 ຂອງສະພາແຫ່ງຊາດ ຊຸດທີ່ VIII ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 16 ຕຸລາ 2017 ນີ້ ທີ່ຫໍສະພາແຫ່ງຊາດ ໂດຍພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມໂດຍ ພະນະທ່ານ ບຸນຍັງ ວໍລິຈິດ ປະທານປະເທດ ມີການນຳພັກ, ລັດ ຂັ້ນສູງ ຕະຫຼອດຮອດ ສະມາຊິກສະພາ ແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວໄຂກອງປະຊຸມ ຢ່າງເປັນທາງການ ເຊິ່ງເນື້ອໃນສຳຄັນບາງຕອນ ທ່ານກ່າວວ່າ: ໃນກອງປະຊຸມຄັ້ງນີ້ ສະພາແຫ່ງຊາດຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງຮັບຮອງເອົາຫຼາຍບັນຫາສຳຄັນຂອງຊາດ ໃນຫຼາຍຂົງເຂດວຽກງານ ດ້ວຍຄວາມຮັບຜິດຊອບ ຮັບໃຊ້ສິດຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນ ເປັນຕົ້ນພິຈາລະນາ ແລະ ຮັບຮອງບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງີນປະຈຳປີ 2017 ແລະ ພ້ອມດ້ວຍທິດທາງແຜນການ ປະຈຳປີ 2018 ຂອງລັດຖະບານ, ບົດລາຍງານການປະຕິບັດແຜນການປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018ຂອງສະພາແຫ່ງຊາດ, ບົດລາຍງານການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ບົດລາຍງານຂອງອົງການກວດກາລັດຖະບານກ່ຽວກັບຜົນການກວດກາຕາມຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ພິຈາລະນາຮັບຮອງເອົາຮ່າງກົດໝາຍການສ້າງ ແລະ ກົດໝາຍສະບັບປັບປຸງ ລວມມີ 16 ສະບັບ ແລະ ອື່ນໆ.
ນອກຈາກນັ້ນກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈ້ງອະທິບາຍກ່ຽວກັບການປັບປຸງວຽກງານບໍລິຫານລັດໃນທຸກຂັ້ນ, ກໍ່ຄືການຄຸ້ມຄອງແຮງງານລາວຢູ່ພາຍໃນ ແລະ ຕ່າງປະເທດຂອງລັດຖະບານ ການລາຍງານອົງການຕິດຕາມກວດກາຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕໍ່ກັບການປະຕິບັດໜ້າທີ່ຂອງສະພາແຫ່ງຊາດກໍ່ຄືການສັງລວມຂໍ້ສະເໜີຂອງຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ຂອງປະຊາຊົນຕໍ່ກັບອົງການລັດບໍລິຫານ.
ສຳລັບວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງສະພາແຫ່ງຊາດຊຸດທີ່ 8 ແມ່ນຈະດຳເນີນໄປເປັນເວລາ 25 ວັນ ຄື ລະຫວ່າງວັນທີ 16 ຕຸລາ ຫາ 17 ພະຈິກ 2017.