ນາຍຍົກ ລັດຖະມົນຕີ ລາຍງານ ຜົນການ ຈັດຕັ້ງປະຕິບັດ ວຽກງານ ຈຸດສຸມ ປີ 2017
ທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ່ 4 ຂອງສະພາແຫ່ງຊາດຊຸດທີ່ VIII ກ່ຽວກັບການຈັດຕັ້ງປະຕິບັດແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2017 ແລະ ທິດທາງແຜນການສຳລັບປີ 2018 ທີ່ໄຂຂື້ນ ໃນວັນທີ 16 ຕຸລາ 2017 ທ່ານໄດ້ຍົກໃຫ້ເຫັນ ການປະຕິບັດວຽກງານ ຂອງລັດຖະບານ ໃນໄລຍະຜ່ານມາ. ເຊິ່ງມີຜົນສຳເລັດພົ່ນເດັ່ນຫຼາຍດ້ານ ເປັນຕົ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລັດຖະບານໄດ້ແກ້ໄຂບັນຫາຄວາມເຄັ່ງຕຶງຊາຍແດນ ເຂດແຂວງອັດຕະປື ແລະ ແຂວງຈຳປາສັກ ກັບປະເທດເພືອນບ້ານຢ່າງນິ້ມນວນ, ສາມາດຫຼີກລ່ຽງການປະທະ ແລະ ໃຊ້ກຳລັງ ເຮັດໃຫ້ສະພາບການຜ່ອນຄາຍລົງ ແລະ ສ້າງເງື່ອນໄຂໃຫ້ແກ່ການພົບປະເຈລະຈາກັນ ແນ່ໃສ່ແກ້ໄຂບັນຫາໂດຍສັນຕິວິທີ, ໄດ້ຕັດສິນໃຈ ແລະ ເດັດດ່ຽວປາບປາມ ແລະ ສະກັດກັ້ນເຄືອຂ່າຍການຄ້າຂາຍຢາເສບຕິດ ທີ່ເປັນພິດເປັນໄພ ແລະ ກຳລັງທຳລາຍສັງຄົມລາວ, ນອກນີ້ຍັງເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ໂດຍສະເພາະແມ່ນຂະບວນການຂີ້ລັກງັດແງະ, ການປຸ້ນຈີ້ ຊິ່ງຊັບ, ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ ແລະ ອື່ນໆ ວຽກງານພັດທະນາທາງດ້ານເສດຖະກິດ. ເຊິ່ງປີ 2017 ເປັນປີທີ 2 ຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ່ VIII ເຊິ່ງເສດຖະກິດມະຫາພາກໃນປີ 2017 ໂດຍລວມແມ່ນມີສະຖຽນລະພາບດີ, ອັດຕາການເຕີບໂຕສະເລ່ຍຢູ່ໃນລະດັບ 6,83% ( ຫຼຸດແຜນ 0,17%) ລວມຍອດຜະລິດຕະພັນພາຍໃນ ຫຼື GDP ສະເລ່ຍຕໍ່ຫົວຄົນໝົດປີຄາດວ່າຈະບັນລຸ 2,472 ໂດລາສະຫະລັດ, ການເຕີບໂຕດັ່ງກ່າວໄດ້ປະກອບສ່ວນແກ້ໄຂຄວາມທຸກຍາກຂອງຂອງປະຊາຊົນໄດ້ 6,546 ຄອບຄົວ (ລື້ນແຜນການທີ່ວາງໄວ້ຄື: 5,580 ຄອບຄົວ) ການພັດທະນາທາງດ້ານສັງຄົມ, ວັດທະນະທຳ ແລະ ສິ່ງແວດລ້ອມ, ໄດ້ຕັ້ງໜ້າປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໂດຍສຸມທຶນ ແລະ ຈັດຕັ້ງປະຕິບັດບັນດາແຜນງງານ ແລະ ໂຄງການຢູ່ຈຸດສຸມຕ່າງໆ, ການລົງທຶນສ່ວນໃຫ່ຍແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນເຊັ່ນ: ກໍ່ສ້າງ ແລະ ສ້ອມແປງເສັ້ນທາງລະຫວ່າງເມືອງຫາບ້ານ ແລະ ບ້ານຫາບ້ານ ຊົນລະປະທານຂະໜາດນ້ອຍ,ໂຮງຮຽນ,ສຸກສາລາ,ຖົງຢາປະຈຳບ້ານ, ນ້ຳລິນ, ວິດຖ່າຍ ອື່ນໆ, ການພັດທະນາທາງດ້ານນິຕິກຳ ແລະ ການຄຸ້ມຄອງບໍລິຫານລັດ, ລັດຖະບານໄດ້ສຳເລັດການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ, ພິຈາລະນາກົດໝາຍອີກ 13 ສະບັບ, ນອກຈາກນັ້ນກໍ່ໄດ້ຄົ້ນຄ້ວາສ້າງນິຕິກຳລຸ່ມກົດໝາຍຈຳນວນໜື່ງ, ພ້ອມທັງໄດ້ປັບປຸງກົນໄກການປະສານງານ ແລະ ປະສານສົມທົບລະຫວ່າງຂະແໜງການ ແລະ ທ້ອງຖິ່ນ, ເພື່ອຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.
ທ່ານ ທອງລຸນ ສີສຸລິດ ນາຍຍົດລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ: ປີ 2018 ທີ່ຈະມາເຖິງນີ້ ກໍ່ເປັນປີໜຶ່ງທີ່ສຳຄັນ ເຊິ່ງລັດຖະບານຈະໄດ້ທົບທວນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ກາງສະໄໝ, ເຊິ່ງລັດຖະບານອາດຈະບໍ່ບັນລຸຄາດໝາຍຂອງປີ 2017 ຢ່າງສົມບູນຮ້ອຍສ່ວນຮ້ອຍ, ຍ້ອນມີຄວາມຮັບຜິດຊອບຕໍ່ພັກ, ຕໍ່ສະພາແຫ່ງຊາດ ລັດຖະບານຈະຍັງບໍ່ທັນສະເໜີດັດແກ້ຕໍ່ສະພາເທື່ອ, ມີແຕ່ຈະເພີ່ມຄວາມພະຍາຍາມ, ບຸກບືນ ແລະ ປັບປຸງແກ້ໄຂບັນດາຂໍ້ຄົງຄ້ານ ແລະ ກຽມພ້ອມຮັບມື ກັບບັນດາສິ່ງທ້າທາຍທີ່ໄດ້ກ່າວມານັ້ນ: ເພື່ອສູ້ຊົນປະຕິບັດໃຫ້ບັນລຸຄາດໝາຍຂອງແຜນພັດທະນາ ສຳລັບປີ 2018 ແລະ ສ້າງພື້ນຖານອັນໜັກແໜ້ນໃຫ້ ແຜນການບັນລຸຄາດໝາຍຂອງປີ 2019 ແລະ 2020 ຕາມທີ່ສະພາໄດ້ຮັບຮອງ ເພື່ອບັນລຸຕາມແຜນການທີ່ວາງໄວ້ ລັດຖະບານຈະສຸມໃສ່ວຽກງານທີ່ເປັນພື້ນຖານຈຳນວນໜຶ່ງ.