ພົຕ ໂຮ່ ແທງດິ່ງ ພ້ອມຄະນະ ເຂົ້າຂ່ຳນັບ ພົຈວ ປອ ສົມຫວັງ ທຳມະສິດ
ໃນວັນທີ 17 ຕຸລາ 2017 ນີ້ ພົຈວ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂອງ ພົຕ ໂຮ່ ແທງດິ່ງ ຮອງຫົວໜ້າກົມໃຫ່ຍ ປະຕິບັດຄຳຕັດສິນຄະດີອາຍາ ແລະ ຊ່ວຍໜູນຍຸຕິທຳ ກະຊວງຕຳຫຼວດ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມຕຳຫຼວດຄູມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບໃນລະຫວ່າງວັນທີ 16 – 20 ຕຸລາ ພົຕ ໂຮ່ ແທງດິ່ງ ໄດ້ລາຍງານກ່ຽວກັບການພົວພັນຮ່ວມມືເຮັດວຽກງານວິຊາສະເພາະ ຕະຫຼອດໄລຍະທີ່ຜ່ານມາ ແລະ ການມາພົບປະແລກປ່ຽນບົດຮຽນຮ່ວມກັບກົມຕຳຫຼວດຄູມຂັງ-ດັດສ້າງ ກະຊວງ ປກສ ລາວ ໄດ້ມີການຄົ້ນຄ້ວາກຳນົດແຜນການຮ່ວມກັນໃນຕໍ່ໜ້າລະຫວ່າງສອງກົມ ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນກ່ຽວກັບນັດໂທດດັດສ້າງ, ວຽກງານສຶກສາອົບຮົມນັກໂທດ, ວຽກງານປ້ອງກັນຄ້າຍຄູມຂັງ ແລະ ວຽກງານສຳຄັນອື່ນໆອີກ.
ທ່ານຮອງລັດຖະມົນຕ ກະຊວງ ປກສ ຍັງໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນງານ ຜົນສຳເລັດຂອງການພົວພັນຮ່ວມມື ພ້ອມທັງຮຽກຮ້ອງໃຫ້ທັງສອງກົມ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນຕໍ່ໜ້າໃຫ້ນັບມື້ແໜ້ນແຟ້ນ ແລະ ຮອບດ້ານຍິ່ງໆຂື້ນ.