ພິທີ ຈູດທຳລາຍ ຢາເສບຕິດ ເນື່ອງໃນ ໂອກາດ ວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 16 ປີ
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 16 ປີ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ໃນວັນທີ 17 ຕຸລາ 2017 ນີ້ ທີ່ຫາດດອນຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ບຸນທອງ ຈິດມະນີ ຮອງນາຍຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາແຂກຖືກເຊີນ, ຄະນະລັດຖະມົນຕີ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໃນໄລຍະ 1 ປີ ຜ່ານມາ ເຊິ່ງໃນໄລຍະຜ່ານມາຄະນະພັກ-ຄະນະນຳກະຊວງ ປກສ ໄດ້ຖືເອົາວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນວຽກງານທີ່ສຳຄັນ ໂດຍໄດ້ສຸມໃສ່ວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມດ້ວຍຫຼາຍຮູບການ ເພື່ອປູກຈິດສຳນຶກໃຫ້ຄົນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈກົດໝາຍ ແລະ ເຫັນໄດ້ເຖິງຜົນຮ້າຍຂອງຢາເສບຕິດ ປຸກລະດົມໃຫ້ປະຊາຊົນບັນດາເຜົ່າ ເຂົ້າຮ່ວມໃນຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໄດ້ຈຳນວນຫຼາຍ.ສະແດງອອກນັບແຕ່ເດືອນມິຖຸນາ 2016 ເຖິງເດືອນ ກັນຍາ 2017 ສາມາດມ້າງຄະດີຢາເສບຕິດໃນທົ່ວປະເທດໄດ້ 3.814 ລາຍ, ຈັບຕົວຜູ້ກະທຳຜິດ 5.811 ຄົນ, ຄົນຕ່າງປະເທດ 127 ຄົນ, ຢຶດຢາບ້າໄດ້ 2.552 ກິໂລກຼາມ, ເຮໂຮອິນ 190 kg, ຄາເຟອິນ 1 kg, ຝິ່ນ 224 kg, ຄັນຊາ 5.047 kg, ຢາໄອ 130 kg, ແປ້ງຝຸ່ນເພື່ອປະສົມຜະລິດຢາເສບຕິດ 5,916 kg, ແກ່ນຝິ່ນ 2 kg. ນອກນັ້ນຍັງສາມາດຍຶດປືນໄດ້ 88 ກະບອກ, ລູກປືນ 1,149 ລູກ, ໝາກແຕກ 8 ໜ່ວຍ ແລະ ອຸປະກອນຜະລິດຢາເສບຕິດຈຳນວນໜຶ່ງ. ຢາເສບຕິດທີ່ນຳມາທຳລາຍໃນຄັ້ງນີ້ມີ ຢາບ້າ 13.430.726 ເມັດ ນ້ຳໜັກ 1.349 kg, ຄັນຊາ 2.382 kg, ຢາໄອ 93 kg, ຄາເຟອິນ 4.312 kg,ໂຮເດຍອອມ 259 kg ແລະ ອື່ນໆ.