ກະຊວງ ປ້ອງກັນ ຄວາມສະຫງົບ ໄດ້ຜ່ານແຜນ ປ້ອງກັນ ຄະນະ ຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ ທີ່ຈະເດີນ ທາງ ມາຢ້ຽມຢາມ ສປປ ລາວ
ໃນວັນທີ 7 ພະຈິກ ນີ້ ກະຊວງປ້ອງກັນ ຄວາມສະຫງົບ ໄດ້ຜ່ານແຜນປ້ອງກັນ ຄະນະຜູ້ແທນ ຂັ້ນສູງແຫ່ງ ສປ ຈີນ ທີ່ຈະເດີນທາງ ມາຢ້ຽມຢາມ ສປປ ລາວ ໂດຍການເປັນປະທານ ຂອງ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ ຄະນະບັນຊາ, ບັນດາອະນຸກຳມະການ ກົມກອງອ້ອມຂ້າງ ກະຊວງເຂົ້າຮ່ວມ.
ພັທ ສົມພົງ ຂຳວິລຸນ ຮອງກອງບັນຊາການ ປ້ອງກັນສູນກາງ ທັງເປັນຮອງກອງເສນາ ທິການຊ່ວຍວຽກ ໄດ້ຜ່ານແຜນການປ້ອງກັນ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປຈີນ ທີ່ຈະເດີນທາງ ມາຢ້ຽມຢາມ ທາງລັດຖະກິດ ຢ່າງເປັນທາງການ ຢູ່ ສປປ ລາວ ທັງນີ້ເພື່ອແນ່ໃສ່ ເປັນເຈົ້າການ ແລະ ສະກັດກັ້ນ ກຳແໜ້ນສະພາບການ, ຍົກສູງສະຕິລະວັງຕົວ ປະຕິບັດໜ້າທີ່ກຽມພ້ອມປະເຊີນໜ້າ ກັບທຸກກໍລະນີ, ແນ່ໃສ່ການຊຸກຍູ້ໃນການເຄື່ອນໄຫວ ວຽກງານປ້ອງກັນ ທ່ານຜູ້ນຳພັກ-ລັດ, ແຂກທີ່ມາຢ້ຽມຢາມ ສປປລາວ ໃຫ້ມີຄວາມສະຫງົບປອດໄພ ຮອບດ້ານ ໂດຍສະເພາະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປຈີນ ທີ່ມາຢ້ຽມຢາມ ສປປລາວ ຄັ້ງນີ້ໃຫ້ມີຄວາມປອດໄພ 100% ເຊິ່ງໃນນີ້ ມີກຳລັງຈາກກົມກອງ ອ້ອມຂ້າງກະຊວງ, ກອງບັນຊາການ, ວິທະຍາຄານ, ປກສນະຄອນຫຼວງ ແລະ ກະຊວງປ້ອງກັນປະເທດ ລວມທັງໝົດ 1,000 ກວ່າຄົນ ເຊິ່ງບັນຈຸເຂົ້າແຕ່ລະຈຸດປ້ອງກັນ 11 ຈຸດ.