ຮອງລັດຖະມົນຕີກະຊວງ ປກສ ຕ້ອນຮັບແຂກ ສ ເກົາຫຼີ
ໃນວັນທີ 7 ພະຈິກ 2017 ນີ້ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ໄດ້ຕ້ອນຮັບທ່ານ ຮານດົງມານ ເອອັກຄະລັດຖະທູດ ຕ່າງປະເທດ ສ ເກົາຫຼີ ເນື່ອງໃນໂອກາດທີ່ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້ ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ສະແດງຄວາມຕ້ອນຮັບ ຢ່າງອົບອຸ່ນຕໍ່ການຢ້ຽມຢາມຂ່ຳນັບໃນຄັ້ງນີ້ ພ້ອມດຽວກັນນີ້ ທັງສອງຝ່າຍໄດ້ປຶກສາຫາລືກັນຫຼາຍບັນຫາ ເປັນຕົ້ນແມ່ນການຮ່ວມມືກັນດ້ານຕ່າງໆ
ທີ່ພົວພັນເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການຮ່ວມມືຊ່ວຍຫຼືອເຊິ່ງກັນ ແລະ ກັນຂອງທັງສອງປະເທດເວົ້າລວມ,
ເວົ້າສະເພາະ ແມ່ນກຳລັງປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ ແລະ ໃນຕໍ່ໜ້ານີ້ ກໍ່ຈະສືບຕໍ່ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍສະເພາະແມ່ນດ້ານຮັກສາຄວາມສະຫງົບຂອງທັງສອງປະເທດ ເພື່ອປົກປ້ອງ, ຄຸ້ມຄອງປະຊາຊົນ ແລະ ອຳນວຍຄວາມສະດວກທີ່ພັກເຊົາ, ດຳລົງຊີວິດ, ທ່ອງທ່ຽວ ແລະ ດຳເນີນທຸລະກິດຢູ່ທັງສອງປະເທດ ໃຫ້ມີການເຄື່ອນໄຫວວຽກຕ້ອງຕາມກົດໝາຍ ແລະ ມີຄວາມປອດໄພ.