ກະຊວງ ປກສ ເຜີຍແຜ່ທິດຊີ້ນຳຂອງກົມ ການເມືອງສູນກາງພັກ
ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມເຜີຍແຜ່ວຽກງານສຳຄັນຕ່າງໆ ໃນວັນທີ 8 ພະຈິກນີ້ ໂດຍການເປັນປະທານຂອງ ພົຕ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີຮອງລັດຖະມົນຕີ, ຄະນະພັກ-ຄະນະບັນຊາ, ກົມໃຫ່ຍ, ກົມກອງອ້ອມຂ້າງກະຊວງ ປກສ ນະຄອນຫຼວງ ແລະ ປກສ ເມືອງ 9 ເມືອງເຂົ້າຮ່ວມ.
ພົຕ ສົມແກ້ວ ສີລາວົງ ໄດ້ເຜີຍແຜ່ທິດຊີ້ນຳຂອງກົມການເມືອງສູນກາງພັກ, ວຽກງານຈັດສັນລະບຽບສັງຄົມ, ວຽກງານເປີດປີທ່ອງທ່ຽວລາວປີ 2018 ແລະ ການກະກຽມວຽກງານປ້ອງກັນຄວາມສະຫງົບ ໃຫ້ແກ່ຄະນະຜູ້ແທນຂັ້ນສູງຂອງ ສປ ຈີນ ທີ່ຈະມາຢ້ຽມຢາມ ສປປ ລາວ ພ້ອມທັງຍົກໃຫ້ເຫັນສະພາບການຕ່າງໆ ໃນພາກພື້ນສາກົນ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ສ້າງຄວາມບໍ່ສະຫງົບໃນສັງຄົມ ສະນັ້ນກຳລັງປ້ອງກັນຄວາມສະຫງົບ ຕ້ອງເປັນເຈົ້າການກຳແໜ້ນສະພາບການຕ່າງໆ ຍົກສູງສະຕິລະວັງຕົວປະຕິບັດໜ້າທີ່ກຽມພ້ອມປະເຊີນໜ້າກັບທຸກກໍລະນີ ພ້ອມນີ້ທ່ານຍັງໄດ້ໃຫ້ທິດຊີ້ນຳ ແລະ ແໜ້ນໜັກໃຫ້ບັນດາເຫຼົ່າຮົບວິຊາສະເພາະ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເປັນເຈົ້າການໃນການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຮັບປະກັນໃຫ້ແຂກທີ່ຈະມາຢ້ຽມຢາມ ສປປລາວ ມີຄວາມປອດໄພ 100%