ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍ ມະໂຫສົດ
ພິທີວາງ ສີລາລືກ ໂຄງການກໍ່ສ້າງ ໂຮງໝໍມະໂຫສົດ ຫຼັງໃໝ່ ໄດ້ຈັດ ໃນຕອນເຊົ້າ ວັນທີ 14 ພະຈິກ ນີ້ ທີ່ຢູ່ທີ່ໂຮງໝໍມະໂຫສົດ ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫ່ຍ ຄະນະກຳມະການສູນກາງ ພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ມີຄະນະຜູ້ແທນ ຂັ້ນສູງ ທັງສອງປະເທດ ເຂົ້າຮ່ວມ.
ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ໂຄງການກໍ່ສ້າງ ໂຮງໝໍມະໂຫສົດຫຼັງໃໝ່ ເປັນໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານ ສປ ຈີນ ເປັນໂຮງໝໍຂະໜາດ 600 ຕຽງ ມູນຄ່າການກໍ່ສ້າງ 600 ລ້ານກວ່າຢວນ. ທັງນີ້ເປັນການສະແດງເຖິງຄວາມເອົາໃຈໃສ່ ແລະ ເຫັນຄວາມສຳຄັນຂອງພັກ-ລັດ ແລະ ປະຊາຊົນຈີນ ທີ່ມີຕໍ່ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄວາມເອົາໃຈໃສ່ຕໍ່ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວເວົ້າລວມ, ເວົ້າສະເພາະກໍ່ເພື່ອເປັນການປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍ ສະຫະສະວັດແຫ່ງການພັດທະນາ ຄືນຳເອົາ ສປປ ລາວ ອອກຈາກສະພາວະດອຍພັດທະນາ ໃນປີ 2020 ທ່ານ ບຸນກອງ ກ່າວຕື່ມວ່າ: ຈະນຳໃຊ້ການຊ່ວຍເຫຼືອຂອງພັກ-ລັດຖະບານ ສປ ຈີນ ໃນຄັ້ງນີ້ ໃຫ້ມີປະສິດທິຜົນສູງ ເພື່ອນຳມາເຊິ່ງຜົນປະໂຫຍດຕົວຈິງຂອງປະຊາຊົນລາວບັນດາເຜົ່າ.