ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະ ພາແຫ່ງຊາດຊຸດທີ 8 ຮັບຮອງເອົາຮ່າງ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ
ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ່4 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 14 ພະຈິກ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ຜູ້ແທນກອງປະຊຸມໄດ້ສືບຕໍ່ປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ຊຶ່ງເປັນຮ່າງກົດໝາຍສະບັບປັບປຸງໃໝ່ ສຳລັບກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປີ 2012 ປະກອບມີ 15 ພາກ, 31 ໝວດ ແລະ 275 ມາດຕາ, ຜ່ານການຈັດຕັ້ງປະຕິບັດເປັນເວລາ 5 ປີ ຜ່ານມາ ແລະ ຜ່ານການປັບປຸງໃນເທື່ອນີ້ ໂຄງສ້າງຂອງກົດໝາຍສະບັບປັບປຸງໃໝ່ຈຳນວນພາກ, ໝວດ, ມາດຕາ ແລະ ເລກລຳດັບຂອງບັນດາມາດຕາ ແມ່ນຍັງຮັກສາໄວ້ຄືເກົ່າ, ສ່ວນເນື້ອໃນຕົ້ນຕໍຂອງການປັບປຸງແມ່ນກ່ຽວກັບພາກການດຳເນີນການສືບສວນ-ສອບສວນ, ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ, ການດຳເນີນຄະດີຢູ່ສານຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ແລະ ອື່ນໆ. ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຮ່າງກົດໝາຍສະບັບນີ້ ກໍ່ເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນສະບັບປີ 2015, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການປົກຄອງທ້ອງຖີ່ນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ໄປພ້ອມກັບການສ້າງກົນໄກ, ຂັ້ນຕອນ, ວິທີການ ແລະ ມາດຕະການປະຕິບັດໜ້າທີ່ວຽກງານຂອງອົງການດຳເນີນຄະດີອາຍາ ແລະ ອົງການກ່ຽວຂ້ອງໃຫ້ມີປະສິດທິພາບກວ່າເກົ່າ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສກຖະກິດ-ສັງຄົມ ໃນໄລຍະໃໝ່ ແລະ ເພື່ອໃຫ້ສອດຄ່ອງກັບລະບົບການດຳເນີນຄະດີອາຍາຂອງພາກພື້ນ ແລະ ສາກົນ.
ສຳລັບການປະກອບຄຳເຫັນ ຂອງສະມາຊິກສະພາແຫ່ງຊາດ ເຂົ້າໃສ່ຮ່າງກົດໝາຍສະບັບນີ້ ແມ່ນມີບັນຍາກາດຫຼາຍເນື້ອໃນສຳຄັນ ເພື່ອໃຫ້ມີເນື້ອຮັດກຸມ ແລະ ຄົບຖ້ວນສົມບູນຂື້ນກວ່າເກົ່າ.
ພັທ ແອ່ນ ອຸ່ນອານົງນຸດ ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ່ 8 ແຂວງຫົວພັນ ປະກອບຄຳເຫັນໃສ່ມາດຕາ 71, ມາດຕາ 123 ແລະ ມາດຕາ 138 ກ່ຽວກັບການດຳເນີນຄະດີທາງອາຍາ ເປັນຕົ້ນສິດໜ້າທີ່ຂອງທະນາຍຄວາມ, ການກວດຄົ້ນເຄຫາສະຖານ ແລະ ບັນຫາອື່ນໆ ທີ່ເຫັນວ່າຍັງບໍ່ທັນມີເນື້ອໃນຄົບຖ້ວນ ແລະ ຈະແຈ້ງ.
ພົຈວ ພູມີ ວັນດີໄຊ ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ່ 18 ແຂວງໄຊສົມບູນ ໄດ້ມີຄຳເຫັນສະເໜີແລກປ່ຽນປະກອບເຂົ້າໃສ່ ມາດຕາ 30 ວ່າດ້ວຍການເກັບໂຮມ ແລະ ການເກັບຮັກສາຫຼັກຖານທາງດ້ານວັດຖຸ ຫຼື ຂອງກາງຄະດີ ມາດຕາ 47.
ພາຍຫຼັງສະມາຊິກສະພາແຫ່ງຊາດປະກອບຄຳເຫັນສຳເລັດ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍສະບັບນີ້ ໄດ້ຊີ້ແຈ້ງ ແລະ ອະທິບາຍຕໍ່ຄຳຊັກຖາມ ແລະ ການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ. ຈາກນັ້ນ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດໄດ້ມີຄຳເຫັນສະຫຼຸບສັງລວມ ການປະກອບຄຳເຫັນ ຂອງສະມາຊິກສະພາແຫ່ງຊາດ ແລະ ສະເໜີໃຫ້ສະມາຊິກສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັງປຸງດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.