ຖະແຫລງການຮ່ວມລະຫວ່າງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວແລະສາທາລະ ນະລັດປະຊາຊົນຈີນ
1.ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ສີ ຈິ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ ໄດ້ຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ ວັນທີ 13 – 14 ພະຈິກ 2017.
ໃນໄລຍະຢ້ຽມຢາມຄັ້ງນີ້, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ ກຳມະການ ກົມການເມືອງ ສູນກາງພັກ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ. ໃນການພົບປະ ລະຫວ່າງ ການນໍາຂັ້ນສູງ ຂອງສອງພັກ, ສອງລັດ ໄດ້ແຈ້ງສະພາບການອັນພົ້ນເດັ່ນ ຂອງແຕ່ລະພັກ ແລະ ປະເທດຕົນເອງໃຫ້ກັນ ແລະ ກັນຊາບ, ໄດ້ແລກປ່ຽນຄຳຄິດຄຳເຫັນ ຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ ແລະ ມີຄວາມຮັບຮູ້ບັນຫາສຳຄັນຕ່າງໆ ທີ່ເປັນເອກະພາບຮ່ວມກັນ.
2.ທັງສອງຝ່າຍ ຮູ້ສຶກປິຕິຍິນດີ ຕໍ່ບັນດາຜົນສຳເລັດ ທີ່ມີຄວາມໝາຍປະຫວັດສາດ ຂອງສອງພັກ, ສອງລັດ ທີ່ຍາດມາໄດ້ໃນການຄົ້ນຄວ້າ ຫາເສັ້ນທາງແຫ່ງການ ພັດທະນາສັງຄົມນິຍົມ ທີ່ເໝາະສົມກັບສະພາບຕົວຈິງ ຂອງປະເທດຕົນເອງ, ໄດ້ເປັນເອກະພາບຮ່ວມກັນ ໃນການເພີ່ມທະວີ ການແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ແລະ ຊຸກຍູ້ການປະຕິຮູບ ເປີດປະຕູສູ່ພາຍນອກ ຂອງປະເທດຈີນ ແລະ ພາລະກິດການປ່ຽນແປງໃໝ່ ຂອງປະເທດລາວ ໃຫ້ມີຄວາມກ້າວໜ້າ ຢ່າງບໍ່ຢຸດຢັ້ງ.
ຝ່າຍລາວ ສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ຜົນສຳເລັດ ອັນສະຫງ່າງາມຂອງ ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIX ຂອງ ພັກກອມມູນິດຈີນ ລວມທັງໄດ້ນໍາເອົາແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ເປັນແນວຄິດຊີ້ນຳ ຂອງພັກກອມມູນິດຈີນ; ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການຊີິ້ນໍານໍາພາຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍສີ ຈິ້ນຜິງ ເປັນແກນນຳນັ້ນ, ປະຊາຊົນຈີນຈະສືບຕໍ່ ຊຸກຍູ້ການວາງແຜນ “ການພັດທະນາ 5 ປະການໃນໜຶ່ງດຽວ”, ປະສານສົມທົບຊຸກຍູ້ ການວາງແຜນຍຸດທະສາດ “ 4 ຮອບດ້ານ” ແລະ ເດີນໜ້າເພື່ອບັນລຸເປົ້າໝາຍສູ້ຊົນ “100 ປີ ສອງເຫດການ” ເພື່ອສ້າງສາປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມ ທີ່ທັນສະໄໝ, ຮັ່ງມີຜາສຸກ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີິວິໄລ, ກົມກຽວປອງດອງ ແລະ ສວຍງາມ.
ຝ່າຍຈີນ ຕີລາຄາສູງຕໍ່ບັນດາ ຜົນສຳເລັດອັນໃຫຍ່ຫລວງ, ຮອບດ້ານ ໃນພາລະກິດປ່ຽນແປງໃໝ່ ຂອງປະເທດລາວ ໃນໄລຍະ 30 ກວ່າປີທີ່ຜ່ານມາ, ໂດຍສະເພາະ ໃນພາລະກິດ ປົກປັກຮັກສາ ແລະ ການສ້າງສາພັດທະນາ ເສດຖະກິດ-ສັງຄົມ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ເປັນຕົ້ນມາ; ສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ອັນເຂັ້ມແຂງ ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນຜູ້ນຳພານັ້ນ, ປະຊາຊົນລາວ ຈະປະສົບຜົນສຳເລັດ ໃນການບັນລຸໜ້າທີ່, ເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ວາງອອກ ແລະ ຍາດໄດ້ຜົນສຳເລັດອັນໃໝ່, ໃຫຍ່ຫລວງກວ່າເກົ່າ ໃນພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາປະເທດສັງຄົມນິຍົມ ຕາມເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
3.ທັງສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນວ່າ, ສອງປະເທດ ລາວ ແລະ ຈີນ ທີ່ມີສາຍພູ, ສາຍນໍ້າຕິດຈອດກັນ, ປະຊາຊົນສອງຊາດ ໄດ້ມີສາຍພົວພັນ ອັນເປັນມູນເຊື້ອມາແຕ່ດຶກດຳບັນ,ສອງພັກ, ສອງລັດ ໄດ້ມີຄວາມເຫັນອົກເຫັນໃຈກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດການຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ, ການປົດປ່ອຍຊາດ ແລະ ການສ້າງສັງຄົມນິຍົມ, ຊຶ່ງໄດ້ເສີມສ້າງມິດຕະພາບອັນດູດດື່ມ ແລະ ເລິກເຊິ່ງລະຫວ່າງກັນ ແລະ ກັນ;ໃນຊຸມປີຜ່ານມາທັງສອງຝ່າຍ ໄດ້ມີຄວາມໄວ້ເນື້ອເຊື່ອໃຈກັນ ທາງດ້ານການເມືອງນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕ່າງ ຝ່າຍຕ່າງ ມີຜົນປະໂຫຍດໃນທຸກຂົງເຂດໄດ້ມີຜົນສຳເລັດອັນອຸດົມສົມບູນ, ຊຶ່ງໄດ້ຊຸກຍູ້ພາລະກິດການສ້າງສັງຄົມນິຍົມ ແລະ ການກໍ່ສ້າງພັກ ຂອງສອງປະເທດ ໃຫ້ມີຄວາມຄືບໜ້າ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ. ສອງປະເທດ ລາວ-ຈີນ ລ້ວນແລ້ວແຕ່ ແມ່ນປະເທດສັງຄົມນິຍົມ ທີ່ມີພັກກອມມູນິດເປັນຜູ້ນໍາພາ, ທັງສອງປະເທດມີອຸດົມການອັນດຽວກັນ, ມີລະບອບການເມືອງສັງຄົມ ແລະ ເສັ້ນທາງການພັດທະນາທີ່ຄ້າຍຄືກັນ. ເຖິງວ່າສະພາບການຂອງພາກພື້ນ ແລະ ສາກົນມີການຜັນປ່ຽນຢ່າງໄວວາ ແລະ ສັບສົນ, ແຕ່ທັງສອງຝ່າຍ ໄດ້ສືບຕໍ່ຍຶດໝັ້ນທິດທາງການພົວພັນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຕາມທິດ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ອັນໄດ້ເຮັດໃຫ້ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງປະເທດ ລາວ-ຈີນ ນັບມື້ນັບມີຄວາມອຸດົມສົມບູນ, ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ໃຫ້ການຊ່ວຍເຫລືອ ແລະ ສ້າງຜົນປະໂຫຍດເຊິ່ງກັນ ແລະ ກັນໃນລະດັບສູງ, ເປັນຄູ່ຮ່ວມຊາຕາກຳທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ມີຄວາມຫມາຍຍຸດທະສາດຊຶ່ງສອດຄ່ອງກັບຜົນປະໂຫຍດພື້ນຖານ ແລະ ຄວາມມຸ້ງຫວັງຮ່ວມກັນ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ທັງມີຜົນດີຕໍ່ຄວາມ ຈະເລີນຮຸ່ງເຮືອງຂອງພາລະກິດ ການສ້າງສັງຄົມນິຍົມ ກໍຄື ຕໍ່ພາລະກິດອັນສູງສົ່ງ ແຫ່ງ ສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.
4.ທັງສອງຝ່າຍເຫັນດີ ຈະສືບຕໍ່ຮັກສາມູນເຊື້ອອັນດີງາມ ໂດຍຮັກສາການໄປມາຫາສູ່ລະຫວ່າງ ການນຳຂັ້ນສູງ ຂອງ ສອງພັກ, ສອງລັດ; ຈະສືບຕໍ່ແລກປ່ຽນ ທັດສະນະຮ່ວມກັນ ກ່ຽວກັບບັນຫາສຳຄັນຕ່າງໆ ຂອງການພົວພັນສອງຝ່າຍ ກໍຄື ສະພາບການພາກພື້ນ ແລະ ສາກົນ ຢ່າງທັນເວລາ ດ້ວຍຫລາຍຮູບການ ທີ່ມີໄຫວພິບ ເພື່ອເປັນທິດຊີ້ນໍານໍາພາການເສີມຂະຫຍາຍສາຍພົວພັນ ລະຫວ່າງ ລາວ-ຈີນ ໃນໄລຍະໃໝ່. ທັງສອງຝ່າຍ ຍິນດີສືບຕໍ່ເພີ່ມທະວີ ການຮ່ວມມື ແລກປ່ຽນແບບໄມຕີຈິດມິດຕະພາບ ລະຫວ່າງ ສອງພັກ, ຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງພັກ (ໄລຍະແຕ່ປີ 2016-2020) ໃຫ້ດີ, ສືບຕໍ່ຈັດຕັ້ງກອງປະຊຸມສຳມະນາທິດສະດີ ລະຫວ່າງ ສອງພັກ ໃຫ້ດີ, ເພີ່ມທະວີການຮ່ວມມືໃນການຝຶກອົບຮົມກໍ່ສ້າງພະນັກງານ, ລົງເລິກແລກປ່ຽນບົດຮຽນ ໃນການກໍ່ສ້າງພັກ ແລະ ການປົກຄອງລັດ-ບໍລິຫານປະເທດ, ສືບຕໍ່ລົງເລິກການພົວພັນທີ່ດີ ລະຫວ່າງ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ກັບ ສະພາແຫ່ງຊາດລາວ, ກໍຄື ລະຫວ່າງ ສະພາປຶກສາການເມືອງທົ່ວປະເທດຈີນ ກັບ ສູນກາງແນວລາວສ້າງຊາດຂອງລາວ, ເພີ່ມທະວີການໄປມາຫາສູ່ກັນ ລະຫວ່າງອົງການກ່ຽວຂ້ອງ ແລະ ການແລກປ່ຽນປະສານງານດ້ານນະໂຍບາຍ ເພື່ອປະກອບສ່ວນເຂົ້າໃນການ ສ້າງສາສັງຄົມນິຍົມຂອງສອງປະເທດ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງ ສອງປະເທດ ລາວ-ຈີນ.
5.ທັງສອງຝ່າຍເຫັນດີສືບຕໍ່ ການແລກປ່ຽນໄປມາຫາສູ່ ແລະ ການຮ່ວມມືກັນໃນຂົງເຂດ ວຽກງານການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຮ່ວມກັນຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນສະພາບການໃໝ່ ທີ່ໄດ້ເຊັນກັນໃນໄລຍະຢ້ຽມຢາມຄັ້ງນີ້ ເພື່ອເຮັດໃຫ້ແຕ່ລະຂັ້ນມີການປະສານງານກັນຢ່າງໃກ້ຊິດ; ຮັກສາການແລກປ່ຽນ ລະຫວ່າງການນຳທຸກຂັ້ນ ຂອງສອງກະຊວງປ້ອງກັນປະເທດ, ສືບຕໍ່ການ ພົບປະລະຫວ່າງ ການນໍາຂັ້ນສູງຂອງທະຫານ ປ້ອງກັນຊາຍແດນຂອງສອງປະເທດ, ເພີ່ມທະວີການຮ່ວມມືໃນຂົງເຂດ ການຝຶກອົບຮົມ ບຸກຄະລາກອນ, ການຝຶກຊ້ອມການທະຫານ, ວຽກງານການເມືອງ, ວຽກງານເສນາຮັກ ແລະ ອື່ນໆ; ເພີ່ມທະວີການຮ່ວມມືໃນຂົງເຂດ ການປະຕິບັດກົດໝາຍ ແລະ ຄວາມປອດໄພ ໃນດ້ານຮັກສາຄວາມປອດໄພພາຍໃນປະເທດ; ການຕ້ານອາຊະຍາກຳຂ້າມຊາດ; ການລາດຕະເວນຕາມລຳແມ່ນ້ຳຂອງ; ສະຫນັບສະຫນູນການປົກປັກຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບທາງສັງຄົມຂອງກັນ ແລະ ກັນ; ປົກປັກຮັກສາບຸກຄົນ, ອົງການ ແລະ ໂຄງການໃຫຍ່ຂອງກັນ ແລະ ກັນໃຫ້ດີ.
6.ທັງສອງຝ່າຍເຫັນດີຈະເອົາໃຈໃສ່ ແລະ ລົງເລິກການເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ-ຈີນ ດ້ວຍຍຸດທະສາດລະດັບສູງ ໃນການຊອກຄົ້ນກຳລັງແຮງບົ່ມຊ້ອນ ຂອງການຮ່ວມມືຕື່ມອີກບາດກ້າວໜຶ່ງ ເພື່ອຍົກລະດັບການຮ່ວມມືໃຫ້ສູງຂຶ້ນກວ່າເກົ່າຄື:
(1)ເລັ່ງລັດການເຊື່ອມໂຍງ ລະຫວ່າງ ຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ກັບ ຍຸດທະສາດ “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ” ຂອງລາວ, ສອງຝ່າຍຈະຮ່ວມກັນສ້າງແລວເສດຖະກິດ ລະຫວ່າງ ລາວ-ຈີນ ທີ່ເລີ່ມຈາກແຂວງຢຸນນານຕາມເສັ້ນທາງລົດໄຟລາວ-ຈີນ ຜ່ານຈຸດສຳຄັນຕ່າງໆ ແລະ ລົງມາຮອດພາກໃຕ້ຂອງປະເທດລາວ.
(2)ຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈຳ ວ່າດ້ວຍການເພີ່ມທະວີການຮ່ວມມື ການກໍ່ສ້າງພື້ນຖານໂຄງລ່າງ ທີ່ລົງນາມຮ່ວມກັນ ໃນລະຫວ່າງການຢ້ຽມຢາມ ຄັ້ງນີ້ໃຫ້ດີ; ເລັ່ງລັດຊຸກຍູ້ບັນດາໂຄງການ ທີ່ເປັນຂີດໝາຍສໍາຄັນຂອງການຮ່ວມມື, ລວມທັງໂຄງການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນດ້ວຍການ ເພີ່ມທະວີການປະສານງານຢ່າງກົມກຽວ, ສົມທົບກັນແກ້ໄຂບັນຫາ ໃນການປະຕິບັດໂຄງການ, ນະໂຍບາຍກ່ຽວຂ້ອງ, ການຮັກສາຄວາມປອດໄພ ແລະ ການລະດົມທຶນ ເພີ່ມເຕີມຂອງໂຄງການໃຫ້ດີເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດໂດຍໄວ.
(3)ສົ່ງເສີມບົດບາດຂອງຄະນະກຳມາທິການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ກໍຄື ກົນໄກການຮ່ວມມືກ່ຽວກັບ ຄວາມອາດສາມາດດ້ານການຜະລິດ ແລະ ການລົງທຶນ ຢ່າງເຕັມສ່ວນ; ເພີ່ມທະວີການວາງແຜນຢ່າງຮອບດ້ານໃນການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ ເພື່ອຍົກສູງ ລະດັບ ແລະ ຂະໜາດການຮ່ວມມືທາງດ້ານເສດຖະກິດ-ການຄ້າຂອງສອງຝ່າຍ; ເພີ່ມທະວີການຮ່ວມມືໃນຂົງເຂດ ຄວາມອາດສາມາດການຜະລິດ, ການເງິນ-ທະນາຄານ, ພະລັງງານ, ຊັບພະຍາກອນທໍາມະຊາດ, ການທ່ອງທ່ຽວ ແລະອື່ນໆ ເພື່ອຊຸກຍູ້ການຊ່ວຍໜູນຊຶ່ງກັນ ແລະ ກັນ ດ້ານທ່າແຮງເສດຖະກິດ ຂອງສອງປະເທດ.
(4)ຝ່າຍຈີນ ຍິນດີຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະຫນັບສະຫນຸນໃຫ້ແກ່ການສ້າງສາ ພັດທະນາປະເທດຊາດຂອງຝ່າຍລາວ ຕາມຄວາມສາມາດຂອງຕົນ, ສົ່ງເສີມການພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ, ຊ່ວຍເຫລືອວຽກງານສາທາລະນະສຸກ, ວັດທະນະທຳ, ການສຶກສາ ແລະ ອື່ນໆຂອງຝ່າຍລາວມີການຂະຫຍາຍຕົວ, ສືບຕໍ່ສະຫນັບສະຫນູນ ການສ້າງສາພື້ນຖານໂຄງລ່າງດ້ານກະສິກຳ, ຊົນລະປະທານ, ຄົມມະນາຄົມຂົນສົ່ງ, ໂທລະຄົມສື່ສານ ແລະ ອື່ນໆ, ຈັດຕັ້ງປະຕິບັດບັນດາໂຄງການເຊັ່ນ: ດ້ານສຸກສາລາ, ສຸຂະນະໄມໃຫ້ແກ່ປະຊາຊົນລາວ ທີ່ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກ ສອກລີກ, ທັງນີ້ກໍ່ເພື່ອແນ່ໃສຊຸກຍູ້ ການຮ່ວມມືສອງຝ່າຍໃຫ້ນຳເອົາ ຜົນປະໂຫຍດມາສູ່ປະຊາຊົນສອງປະເທດ, ໂດຍສະເພາະປະຊາຊົນ ທີ່ຢູ່ທ້ອງຖິ່ນຂອງລາວ ໃຫ້ຫລາຍຂຶ້ນກວ່າເກົ່າ.
7.ທັງສອງຝ່າຍຍິນດີຈະເປີດກວ້າງການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດວັດທະນະທໍາ, ສຶກສາ, ເຕັກນິກ-ວິທະຍາສາດ ແລະ ອື່ນໆ; ເພີ່ມທະວີການ ໄປມາຫາສູ່ກັນລະຫວ່າງ ອົງການກຳມະບານ, ຊາວໜຸ່ມ ແລະ ແມ່ຍິງຂອງສອງປະເທດ; ຈັດຕັ້ງປະຕິບັດແຜນການຮ່ວມມືດ້ານວັດທະນະທຳປະຈຳປີໃຫ້ດີ, ສືບຕໍ່ດຳເນີນວຽກງານ ຂອງ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ໃຫ້ດີ. ຝ່າຍຈີນ ຈະສືບຕໍ່ສະໜອງທຶນການສຶກສາ ຂອງລັດຖະບານຈີນ ໃຫ້ແກ່ຝ່າຍລາວຫລາຍຂຶ້ນ, ພ້ອມທັງຈະຊຸກຍູ້ການຮ່ວມມືໃນດ້ານອາຊີວະສຶກສາ ເພື່ອຮັບໃຊ້ໃຫ້ແກ່ການສ້າງສາເສດຖະກິດ-ສັງຄົມຂອງລາວ ກໍຄື ການຮ່ວມມືທີ່ເປັນຮູບປະທຳ ລະຫວ່າງ ສອງປະເທດ; ຈັດຕັ້ງປະຕິບັດສັນຍາຮ່ວມມືດ້ານເຕັກນິກ-ວິທະຍາສາດ ລະຫວ່າງ ລັດຖະບານສອງປະເທດ ທີ່ເຊັນກັນໃນລະຫວ່າງການຢ້ຽມຢາມ ຄັ້ງນີ້ໃຫ້ດີ; ສືບຕໍ່ປະຕິບັດການແລກປ່ຽນອາສາສະໝັກຊາວໜຸ່ມ, ເພີ່ມທະວີການແລກປ່ຽນ ຊາວໜຸ່ມ-ໄວໜຸ່ມສອງປະເທດ, ພ້ອມກັນສຶກສາອົບຮົມ ແລະ ສ້າງຜູ້ສືບທອດມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ລາວ-ຈີນ; ເປີດກວ້າງການຮ່ວມມື ລະຫວ່າງ ທ້ອງຖິ່ນຂອງສອງປະເທດ; ສືບຕໍ່ສົ່ງເສີມບົດບາດ ຂອງກົນໄກການຮ່ວມມື ລະຫວ່າງ ແຂວງຢູນນານຂອງຈີນ ກັບບັນດາແຂວງພາກ ເໜືອຂອງລາວ; ເພີ່ມທະວີການໄປມາຫາສູ່ກັນລະຫວ່າງບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ.
8.ສອງຝ່າຍຕີລາຄາຢ່າງຕັ້ງໜ້າ ຕໍ່ສະພາບການໃນທະເລຈີນໃຕ້ ທີ່ມີສະຖຽນລະພາບ, ເຫັນດີສືບຕໍ່ຈັດຕັ້ງປະຕິບັດ ຖະແຫລງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຢ່າງຄົບຖ້ວນ ແລະ ມີປະສິດທິພາບ ແລະ ເສີມຂະຫຍາຍທ່ວງທ່າທີ່ດີ ເພື່ອກ້າວໄປສູ່ການສ້າງກົດແຫ່ງ ການປະພຶດໃນທະເລຈີນໃຕ້ ໂດຍໄວ, ບົນພື້ນຖານການປຶກສາຫາລື ແລະ ເຫັນດີເປັນເອກະພາບ. ທັງສອງຝ່າຍສະໜັບສະໜູນບັນດາຝ່າຍທີ່ກ່ຽວຂ້ອງ ຮ່ວມມືທີ່ເປັນຮູບ ປະທຳ ໃນທະເລຈີນໃຕ້ ເພື່ອເຮັດໃຫ້ທະເລຈີນໃຕ້ ເປັນທະເລແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.
9.ຝ່າຍຈີນ ຢືນຢັນຄືນການສະໜັບສະໜູນ ຢ່າງຫນັກແຫນ້ນຄວາມພະຍາຍາມຂອງຝ່າຍລາວ ໃນການປົກປັກຮັກສາອະທິປະໄຕ, ເອກະລາດ ແລະ ຄວາມ ໝັ້ນຄົງຂອງຊາດ. ຝ່າຍລາວ ຢືນຢັນຄືນໃນການຍຶດໝັ້ນ ນະໂຍບາຍປະເທດຈີນດຽວຢ່າງຫນັກແຫນ້ນ, ສືບຕໍ່ສະໜັບສະໜູນການພັດທະນາ ສາຍພົວພັນ ສອງຝັ່ງທະເລໄຕ້ຫວັນ, ສະໜັບສະໜູນພາລະກິດ ທ້ອນໂຮມປະເທດຊາດຂອງ ສປ ຈີນ, ເດັດດ່ຽວຄັດຄ້ານທຸກການເຄື່ອນໄຫວ ໃນທຸກຮູບແບບທີ່ ເປັນການ ແບ່ງແຍກ “ໄຕ້ຫວັນເປັນເອກະລາດ”.
10.ສອງຝ່າຍຕີລາຄາສູງ ຕໍ່ການຮ່ວມມືຢ່າງມີປະສິດທິຜົນຂອງສອງປະເທດ ໃນເວທີພາກພື້ນ ແລະ ສາກົນ, ເຫັນດີສືບຕໍ່ເພີ່ມທະວີ ການປະສານງານ ແລະ ຮ່ວມມືໃນຂອບຫລາຍຝ່າຍຄື: ເວທີສະຫະປະຊາຊາດ, ກອງປະຊຸມອາຊີ-ເອີຣົບ, ການຮ່ວມມືໃນຂອບກອງປະຊຸມສຸດ ຍອດອາຊີຕາເວັນອອກ, ການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ອື່ນໆ; ສືບຕໍ່ພົວພັນກັນຢ່າງໃກ້ຊິດ, ທັນການ, ມີປະສິດທິຜົນ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງ ແຂງແຮງໃນບັນຫາຕ່າງໆ ທີ່ກ່ຽວພັນເຖິງຜົນປະໂຫຍດສຳຄັນຂອງແຕ່ລະຝ່າຍ.
ຝ່າຍຈີນຕີລາຄາສູງ ຕໍ່ການປະກອບສ່ວນສຳຄັນຂອງຝ່າຍລາວ ໃນການມີສ່ວນຮ່ວມກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງຕັ້ງໜ້າ, ສະແດງຄວາມ ຊົມເຊີຍຕໍ່ຝ່າຍລາວ ທີ່ໄດ້ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນ ລະຫວ່າງ ອາຊຽນ-ຈີນ, ການຮ່ວມມືອາຊີຕາເວັນອອກ, ສະໜັບສະໜູນຝ່າຍລາວ ໃນການເປັນປະທານຮ່ວມ ຂອງຂອບການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນປີ 2018. ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນເຈົ້າພາບ ຈັດກອງປະຊຸມເວທີປາໄສສາກົນລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຜົນສຳເລັດອັນຈົບງາມ ແລະ ຍິນດີຮ່ວມກັບ ສປ ຈີນ ແລະ ບັນດາປະເທດ ອ່າງແມ່ນໍ້າຂອງພ້ອມກັນສ້າງຄູ່ຮ່ວມ ຊາຕາກຳຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.
11.ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຊັນເອກະສານການຮ່ວມມື ຈໍານວນ 17 ສະບັບ ຄື: ສັນຍາການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປ ຈີນ ກ່ຽວກັບການເພີ່ມທະວີການຮ່ວມມືໃນສະພາບການໃໝ່; ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມກັນ ກໍ່ສ້າງແລວເສດຖະກິດລາວ-ຈີນ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເພີ່ມທະວີການ ພັດທະນາເສັ້ນທາງສາຍໄໝດີຈີຕອນ ຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມ ຈອດຂໍ້ມູນຂ່າວສານ; ສັນຍາວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດຕັ້ງ ປະຕິບັດຮ່ວມໂຄງການຕົວແບບ ໃນການສ້າງສູນຂໍ້ມູນ-ຂ່າວສານ ຊັບພະຍາກອນນໍ້າແຫ່ງຊາດ ແລະ ການສ້າງແຜນແມ່ບົດ ການຄຸ້ມຄອງອ່າງຮັບນໍ້າອູ ແລະ ນໍ້າເທີນ-ນໍ້າກະດິງ;ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນຊຸກຍູ້ ສ້າງເຂດຕົວແບບພັດທະນາ ກະສິກໍາຄົບວົງຈອນທີ່ທັນສະໄໝ; ບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການເພີ່ມທະວີ ການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານ ການຊ່ວຍເຫລືອໃນ 3 ປີຕໍ່ໜ້າ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ; ສານແລກປ່ຽນວ່າດ້ວຍຝ່າຍຈີນ ເຫັນດີກຳນົດເອົາໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ; ສັນຍາຂອບສະໜອງ ເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ໂຄງການເຂື່ອນໄຟຟ້າຫ້ວຍປາຫລາຍ; ບົດບັນທຶກຄວາມເຂົ້າໃຈ ການສ້າງຄູ່ຮ່ວມມືຍຸດທະສາດ ດ້ານການຮ່ວມມືໄຟຟ້າ; ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍ ການຮ່ວມມື ທາງດ້ານການເງິນເພື່ອສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ; ສັນຍາເງິນກູ້ພິເສດ ດອກເບ້ຍຕໍ່າໂຄງການເຂື່ອນ ໄຟຟ້າຫ້ວຍປາຫລາຍ; ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 115 ກວ ຊຽງຮ່ອນ-ຫົງສາ; ສັນຍາຮ່ວມທຶນໂຄງການກໍ່ສ້າງ ທາງດ່ວນນະຄອນຫລວງວຽງຈັນ ຫາ ບໍ່ເຕ່ນຕອນທີ I ນະຄອນຫລວງວຽງຈັນ ຫາ ວັງວຽງ; ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະຄອນຫລວງວຽງຈັນ.
12.ສອງຝ່າຍມີຄວາມເປັນເອກະພາບຮ່ວມກັນວ່າ ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນ ກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ, ເປັນຂີດໝາຍທີ່ມີຄວາມສຳຄັນ ໃນການສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ຈີນ ແລະ ໄດ້ຊຸກຍູ້ໃຫ້ສາຍພົວພັນແບບ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລາວ-ຈີນ ກ້າວຂຶ້ນສູ່ລະດັບສູງອັນໃໝ່.
ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິລາວ, ປະທານປະເທດ ແຫ່ງ ສປປລາວ ກໍຄື ພັກປະຊາຊົນປະຕິ ວັດລາວ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຄຶກຂຶມ ແລະ ສົມກຽດໃນໂອກາດການຢ້ຽມຢາມຄັ້ງນີ້. ໃນໂອກາດດັ່ງກ່າວ, ສະຫາຍສີ ຈິ້ນຜິງ ໄດ້ເຊື້ອເຊີນ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວໄປຢ້ຽມຢາມ ສປ ຈີນ ອີກຄັ້ງໜຶ່ງ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບຕໍ່ການເຊື້ອເຊີນດ້ວຍຄວາມຍິນດີ.