ເປີດບັ້ນໂຄສະນາຕ້ານການຄ້າມະນຸດລຽບ ຕາມຊາຍແດນລາວ-ຈີນ
ກອງເລຂາຄະນຸກຳມະການຕ້ານການຄ້າມະນຸດ ລະດັບຊາດໄດ້ເປີດບັ້ນໂຄສະນາຕ້ານການຄ້າມະນຸດ ລຽບຕາມຊາຍແດນລາວ – ຈີນ ໃນວັນທີ 15 ພະຈີກ 2017 ທີ່ແຂວງ ຫຼວງນ້ຳທາ ສປປ ລາວ , ໂດຍເປັນປະທານຮ່ວມ ຂອງ ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າ ກົມໃຫຍ່ຕຳຫຼວດ ຫົວໜ້າກອງເລລຂາ ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ ແລະ ພົຕ ຢິ້ງ ກົ້ວ ຫາຍ ຫົວໜ້າ ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມສືບສວນ ກະຊວງສັນຕິບານ ສປ ຈີນ, ມີການນຳຂັ້ນແຂວງ, ຄະນະກົມ, ກອງບັນຊາການ ປກສ 8 ແຂວງພາກເໜືອນ ຕະຫຼອດຮອດນັກຮຽນ ແລະ ມວນຊົນເຂົ້າຮ່ວມ 600 ກວ່າຄົນ.
ພັອ ປອ ເພັງສະຫວັນ ທິບພະວົງໄຊ ໄດ້ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດຕົ້ນທາງຂອງຂະບວນການຄ້າມະນຸດຂ້າມຊາດ ແລະ ເປັນປະເທດທາງຜ່ານຂອງບັນດາປະເທດອ້ອມຂ້າງ, ສະເພາະການຄ້າມະນຸດລະຫວ່າງ ສປປ ລາວ ແລະ ສປ ຈີນໃນເມື່ອກ່ວນເປັນປະກົດການຫຍໍ້ທໍ້ທີ່ບໍ່ເກີດຂຶ້ນຫຼາຍ ມີພຽງແຕ່ບັນຫາການລັກລວບເຂົ້າ-ອອກເມືອງຜິດກົດໝາຍ, ການເຄື່ອນຍ້າຍຖິ່ນຖານ ແລະ ການເຄື່ອນຍ້າຍແຮງງານຂອງຄົນຈີນຜ່ານ ສປປ ລາວ ຈຳນວນໜຶ່ງເທື່ອໄປປະເທດທີ່ສາມ ແລະ ລັກລວບແຕ່ງງານຂອງປະຊາຊົນລຽບຕາມຊາຍແດນເທົ່ານັ້ນ, ໃນປີ 2016-2017 ແມ່ນໄດ້ເກີດມີເຫດການຊາຍໜຸມຈີນ ແລະ ຍິງລາວດ້ວຍຮູບການລັກສະນະໝັ້ນໝາຍ ໂດຍຜ່ານຄົນລາວ ແລະ ຄົນຈີນຈຳນວນໜຶ່ງ ທີ່ມາເຮັດທຸລະກິດຢູ່ລາວ ເປັນນາຍໜ້າຕິດຕໍ່ພົວພັນເອົາຍິງສາວ ຈາກນັ້ນ, ມີການນັດພົບເບິ່ງຕຕົວ ຖ້າມີພໍໃຈກໍ່ເຮັດໜັງສືຜ່ານແດນ ນັດວັນຈ່າຍເງິນຄ່າດອງ ແລະ ເດີນທາງອອກປະເທດລາວ ດ້ວຍຫຼາຍຮູບການ ແລະ ແຈ້ງອອກດ່ານໃນທົ່ວປະເທດ, ຫຼັງຈາກເອົາຍິງສາວໄປຮອດປະເທດຈີນກໍຖືກກັກຂັງ, ບັງຄັບໃຊ້ແຮງງານ ຂາຍຕໍ່ໃຫ້ຜູ້ອື່ນ ເຊິ່ງຫຼາຍກໍລະນີຖືກຂູ່, ທຳຮ້າຍຮ່າງກາຍ, ກັກຂັງ ແລະ ຢຶດໜັງສືຜ່ານແດນ ເຊິ່ງພໍ່ແມ່ພີ່ນ້ອງໄດ້ຊອກຫາວິທີຊ່ວຍ ໂດຍການໄປຮ້ອງຂໍຕໍ່ນາຍໜ້າທີ່ປະເທດລາວ ແລະ ບາງກໍລະນີກໍເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ເພື່ອຊ່ວຍເຫຼືອ. ໃນປີ 2017 ມີການກະທຳຜິດໃນສະຖານຄ້າມະນຸດໃນທົ່ວປະເທດ ຈຳນວນ 35 ເລື່ອງ. ໃນນີ້ ແຕງດອງແອບແຝງ 29 ເລື່ອງ, ມີຜູ້ຖືກເຄາະຮ້າຍທີ່ໄດ້ຮັບການຊ່ວຍເຫຼືອ 51 ຄົນ, ຍິງ 28 ຄົນ, ອາຍຸຕ່ຳກວ່າ 18 ປີ ມີ 19 ຄົນ ແຕງດອງບໍ່ຖືກຕ້ອງຕາມກົດໝາຍມີ 52 ຄູ່ ພາຍຫຼັງກິນຢູ່ນຳກັນທີ່ ສປ ຈີນ ຫຼາຍຄູ່ເກີດມີບັນຫາເຊັ່ນ: ສະພາບແວດລ້ອມ, ຜິດຖຽງກັນ, ຢຶດໜັງສືເດີນທາງ, ທຸບຕີ, ກັກຂັງ ແລະ ຖືກຂາຍໃຫ້ບຸກຄົນອື່ນ.
ພັອ ນາງ ລີວົງ ລາວລີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ຮູ້ຕື່ມວ່າ: ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະຜ່ານມາ ຄະນະພັກກົມ ແລະ ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກອງບັນຊາການ ປກສ ແຂວງທົ່ວປະເທດ ໄດ້ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມກວດກາຄົນຕ່າງປະເທດ ແລະ ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອວາງແຜນການແກ້ໄຂ ບັນຫາການແຕ່ງດອງລະຫວ່າງ ພົນລະເມືອງລາວກັບຄົນຕ່າງປະເທດ. ນອກນັ້ນ ໄດ້ເຄື່ອນໄຫວລົງໂຄສະນາຜົນຮ້າຍຂອງການຄ້າມະນຸດໃຫ້ບັນດາຊາວໜຸ່ມ, ນັກຮຽນ-ນັກສຶກສາ ຢູ່ 9 ຕົວເມືອງຂອງນະຄອນຫຼວງ, ຕາມແລວສ້າງທາງລົດໄຟບ່ອນທີ່ມີຄວາມສ່ຽງການຄ້າມະນຸດ, ຜະລິດແຜ່ນພັບປ້າຍໂຄສະນາ ຜ່ານສື່ມວນຊົນ ກ່ຽວກັບວຽກງານຕ້ານການຄ້າມະນຸດ, ຄຽງຄູ່ກັນນີ້ ຍັງໄດ້ປະສານສົມທົບຂໍ້ມູນກ່ຽວກັບການຄ້າມະນຸດທາງຊ່ອງທາງຕ່າງໆ ຢ່າງເປັນປະຈຳລະຫວ່າງຂັ້ນສູງກາງ ແລະ ທ້ອງຖີ່ນຕາມຊາຍແດນລາວ-ຈີນ ນຳເອົາແຜ່ນໂຄສະນາໄປຕິດຢູ່ທຸກບ້ານທີ່ລຽບຕາມຊາຍແດນລາວ-ຈີນ ເພື່ອໃຫ້ປະຊາຊົນຮັບຮູ້ໄດ້ຜົນຮ້າຍຂອງການຄ້າມະນຸດ ພ້ອມທັງໃຫ້ຊ່ວຍເຫຼືອຜູ້ທີ່ຕົກເຄາະຮ້າຍຂອງຂະບວນການຄ້າມະນຸດ.
ພ້ອມນັ້ນ ພົຕ ຢິ້ງ ກົ້ວ ຫາຍ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມສືບສວນ ກະຊວງສັນຕິບານ ສປ ຈີນ ຍັງໄດ້ກ່າວວ່າ: ປັດຈຸບັນປະຊາຊົນສອງປະເທດ ລາວ-ຈີນ ໄດ້ໄປມາຫາສູ່ກັນຫຼາຍຂື້ນ ກຸ່ມຄົນບໍ່ດີຈຳນວນໜຶ່ງ ໄດ້ສ້າງເງື່ອນໄຂເອົາການຄ້າມະນຸດຫາຜົນປະໂຫຍດ ດ້ວຍຮູບການຕວົະຍົວະຫຼອກລວງ ເອົາຍິງສາວຈາກປະເທດເພື່ອນບ້ານເຂົ້າ ສປ ຈີນ ໂດຍອ້າງວ່າຊ່ວຍຊອກວຽກ ເຮັດງານທຳ, ທັງແນະນຳສ້າງຄອບຄົວ ຫຼື ນຳໄປທ່ອງທ່ຽວ ໃນຄວາມຈິງແລ້ວຜູ້ຍິງເຫຼົ່ານັ້ນ ບໍ່ຮັບຮູ້ສະພາບຕົວຈິງຂອງຜູ້ຊາຍ ແລະ ຄອບຄົວ ທັງບໍ່ຮູ້ພາສາ ແລະ ສະພາບແວດລ້ອມ ພາຍຫຼັງຖືກຂາຍແລ້ວ ຖືກທຳຮ້າຍຮ່າງກາຍ ແລະ ຈິດໃຈ; ນອກນັ້ນ ກໍ່ຍັງມີເລ່ລຽມດ້ວຍການແນະນຳໃຫ້ຍິງຕ່າງປະເທດໃຫ້ແຕ່ງງານກັບຜູ້ຊາຍຈີນ ເມື່ອໄດ້ຄ່າສິນສອດກໍໃຫ້ເຈົ້າສາວຫຼົບໜີ ຫຼື ໜີໄປແຕ່ງງານກັບຄົນຈີນຄົນໃໝ່, ໃນການແກ້ໄຂບັນຫາດັ່ງກ່າວ ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມກັນຈັດກິດຈະກຳສະແດງໃຫ້ເຫັນການຕໍ່ສູ້ກັບການກະທຳຜິດການຄ້າມະນຸດ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນທັງສອງຊາດ, ຄຽງຄູ່ກັນນີ້ ອົງການປົກປ້ອງກົດໝາຍຂອງສອງລັດຖະບານ ໄດ້ເພີ່ມທະວີວຽກງານຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ຈັບຕົວຜູ້ຖືກຫາ ແລະ ກອບກູ້ເອົາຜູ້ເຄາະຮ້າຍ ຢ່າງມີປະສິດທິຜົນ ເຮັດໃຫ້ການຄ້າມະນຸດຂ້າມຊາດຖືກຈຳກັດ.ເຊິ່ງການເປີດບັ້ນໂຄສະນາຄັ້ງນີ້ ລັດຖະບານ ສປປ ລາວ ແລະ ສປ ຈີນ ແມ່ນເປັນການປຸກລະດົມກຳລັງໃນສັງຄົມເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເພື່ອໃຫ້ແຕ່ລະຄອບຄົວ, ອົງການຈັດຕັ້ງ ແລະ ກຳລັງໃນທົ່ວສັງຄົມຊ່ວຍເສີມຂະຫຍາຍບົດບາດໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ເຊື່ອໜັ້ນວ່າທັງສອງປະເທດເວົ້າລວມ ເວົ້າສະເພາະແມ່ນ ກຳລັງຕຳຫຼວດລາວ ແລະ ຈີນ ຈະຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປະຕິບັດວຽກງານໃຫ້ມີປະສິດທິ ຜົນສູງ.
ໃນພິທີ ຄະນະທັງສອງຝ່າຍ ໄດ້ຮ່ວມກັນຕັດແຖບຜ້າ ແລະ ຍ່າງມິນິມາລາທອນ ເພື່ອເປີດບັ້ນໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດລຽບຕາມຊາຍແດນລາວ-ຈີນ ຢ່າງເປັນທາງການ.