ກອງປະຊຸມສືບຂ່າວ ຕມ ອາຊຽນຄັ້ງທີ 13
ກອງປະຊຸມສືບຂ່າວ ຕມ ອາຊຽນຄັ້ງທີ 13 ໄດ້ໄຂຂຶ້ນຢູ່ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າຂອງ ວັນທີ 21 ພະຈິກ 2017 ໂດຍການເປັນປະທານ ຂອງພັທ ໄພວັນໄຊຍະວົງ ຫົວໜ້າພະແນກ ປະສານງານພາຍໃນ ແລະ ຮ່ວມມືສາກົນໃຫ້ກຽດ ເຂົ້າຮ່ວມຂອງທ່ານ ພັທ ພູວັນ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກ ເມືອງ(ຕມ)ກົມໃຫຍ່ສັນຕິບານກະຊວງປ້ອງກັນ ຄວາມສະຫງົບ ສປປລາວ ພ້ອມດ້ວຍບັນດາຜູ້ແທນກົມຕຳຫຼວດກວດຄົນເຂົ້າ-ອອກເມືອງບັນດາປະເທດມະສາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ.
ທ່ານ ພັທ ໄພວັນ ໄຊຍະວົງ ຫົວໜ້າພະແນກປະສານງານພາຍໃນ ແລະ ຮ່ວມມືສາກົນ ກົມ ຕມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນເຫດການນິມິດໝາຍທີ່ສຳຄັນສຳລັບ ຕມ ສປປ ລາວ ແລະ ເປັນປະສົບການຕົວຈິງໃນການປະຕິບັດໜ້າທີ່ວຽກງານກວດຄົນເຂົ້າ-ອອກເມືອງ ທາງດ້ານຄວາມພະຍາຍາມໃນການສະກັດກັ້ນເຂົ້າເມືອງຜິດກົດໝາຍພາຍໃນປະເທດ ແລະ ພາກພື້ນເຊິ່ງຖືວ່າເປັນໝາກຜົນການຮ່ວມມືໃຫ້ມີປະສິດທິຜົນ ແລະ ມີຜົນສຳເລັດເປັນຢ່າງດີ ນັບແຕ່ກາງປີ 2016-2017 ເວົ້າລວມ ເວົ້າສະເພາະແມ່ນພະແນກຕິດຕາມເປົ້າໝາຍໄດ້ຮ່ວມມືກັບພາກສ່ວນຕ່າງໆຢູ່ພາຍໃນປະເທດເຊັ່ນ: ກົມຕ້ານການຄ້າມະນຸດ, ກົມຕຳຫຼວດສາກົນ, ກົມພາສີ, ກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມຄຸມຄອງຄົນຕ່າງປະເທດ, ພາກສ່ວນອື່ນໆທີ່ກ່ຽວຂ້ອງ ແລະ ບັນດາປະເທດຄູ່ພາຄີສາກົນ, ພາກພື້ນກໍ່ຄືບັນດາປະເທດສະມາຊິກອາຊຽນດ້ວຍກັນ ໄດ້ຮ່ວມມືທາງດ້ານການແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດຄວາມຮັບຜິດຊອບ, ວຽກງານຄຸ້ມຄອງດ່ານ ກໍ່ຖືວ່າເປັນບັນຫາທີ່ສຳຄັນເຊັ່ນ: ການກັດກັ້ນບັນຫາການນຳໃຊ້ໜັງສືເດີນທາງປອມ, ໜັງສືເດີນທາງຂອງຄົນອື່ນ, ການລັກລອບຄ້າຂາຍອາວດເສີກ, ຢາເສບຕິດ, ຜະລິດຕະພັນຈາກຊິ້ນສ່ວນສັດທີ່ຫວງຫ້າມແລະ ບັນຫາຄ້າມະນຸດທຸກຮູບແບບ.
ສະເພາະວຽກງານກວດຄົນເຂົ້າ-ອອກເມືອງຢູ່ ສປປ ລາວ ໃນປີຜ່ານມາແມ່ນສາມາດຜູ້ລັກລອບເຂົ້າເມືອງໄດ້ 151 ລາຍ, ລວມມີ 12 ສນຊາດ; ກໍລະນີນຳໃຊ້ເອກະສານເດີນທາງປອມ ໃນປີຜ່ານມາ ກວດພົບເຫັນ 17 ກໍລະນີ, ນອກນັ້ນຍັງກວດພົບພວກທີ່ຢູ່ກາຍກຳນົດທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍການເຂົ້າອອກເມືອງ ແລະ ຄຸ້ມຄອງຄົນປະເທດຂອງ ສປປ ລາວ ເຊິ່ງວ່າປີນີ້ມີຈຳນວນຜູ້ກາຍກຳນົດ ເພີ່ມຂື້ນປະມານ 20% ເມື່ອທຽບໃສ່ປີ 2016; ສຳລັບບັນຫາວຽກງານຄຸ້ມຄອງຄົນຕ່າງປະເທດ ທີ່ພົ້ນເດັ່ນຢູ່ ສປປ ລາວໃນປະຈຸບັນແມ່ນການລັກລອບປະກອບອາຊີບ, ການເຮັດວຽກບໍ່ຖືກເປົ້າໝາຍ, ການລັກແຕ່ງງານລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ນອກນັ້ນ ຍັງໄດ້ສຸມໃສ່ແກ້ໄຂບັນຫາການຄ້າມະນຸດ ດ້ວຍຮູບການສະກັດກັ້ນແຕ່ຕົ້ນທາງ ແລະ ມີການກວດກາລະອຽດຕໍ່ບຸກຄົນທີ່ເປັນເປົ້າໝາຍສົງໃສໃນກຸ່ມຜູ້ໂດຍສານອອກນອກປະເທດ ໂດຍສະເພາະຍິງລາວ ແລະ ເດັກນ້ອຍ ທີ່ອາຍຸຕ່ຳກວ່າ 18 ປີ.
ພ້ອມກັນນັ້ນ ໃນກອງປະຊຸມ ຄະນະຜູ້ແທນ ຕມ ຂອງ ສປປ ລາວ ໄດ້ສະເໜີແລກປ່ຽນໃນ 3 ບັນຫາທີ່ທ້າທາຍຕໍ່ວຽກງານຄຸ້ມຄອງດ່ານຂອງ ສປປ ລາວ ເປັນຕົ້ນແມ່ນ ວຽກງານຕຳຫຼວດກວດຄົນເຂົ້າ-ອອກເມືອງ, ວຽກງານຄຸ້ມຄອງຄົນຕ່າງປະເທດ ແລະ ວຽກງານຕ້ານການຄ້າມະນຸດ.