ປກສ ແຂວງສະຫວັນນະເຂດຈັບຜູ້ຄ້າຂາຍ ຢາເສບຕິດພ້ອມດ້ວຍຂອງກາງຢາບ້າ 38 ມັດ
ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ໃນວັນທີ 10 ທັນວາ 2017 ທາງເຈົ້າໜ້າ ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າຈະມີການລັກລອບຊື້ຂາຍຢາເສບຕິດ ຢູ່ເຂດເມືອງ ອຸທຸມພອນ ແຂວງສະຫວັນນະເຂດ ດັ່ງນັ້ນຈຶ່ງໄດ້ຈັດຕັ້ງພະນັກງານວິຊາສະເພາະລົງພິສູດແຫຼ່ງຂ່າວ ແລະ ເກັບກຳຂໍ້ມູນ ເຫັນວ່າມີຂໍ້ມູນແທ້ຈິງ ມື້ຕໍ່ມາວັນທີ 11 ທັນວາ 2017 ເຈົ້າໜ້າທີ່ ຈຶ່ງວາງແຜນ ມ້າງລາຍຄະດີ ສາມາດຈັບຜູ້ຖືກຫາໄດ້ທັງໝົດ 8 ຄົນ.ພ້ອມຂອງກາງທັງໝົດ ຢາບ້າ 76.155 ເມັດ, ລົດໃຫ່ຍ 3 ຄັນ, ລົດຈັກ 1 ຄັນ, ໂທລະສັບ 10 ໜ່ວຍ ແລະ ປືນ k 59 1 ກະບອກ ພ້ອມລູກກະສູນ. ຜູ້ຕ້ອງຫາທັງ 8 ຄົນມີຄື: ທ້າວເຂັມພອນ ອາຍຸ 45 ປີ ປະຊາຊົນບ້ານ ໂພນສະອາດ, ທ້າວ ໄຊປັນຍາ ອາຍຸ 41 ປີ ປະຊາຊົນບ້ານດົງດຳດວນ, ທ້າວ ບົວແກ້ວ ອາຍຸ 50 ປີ ປະຊາຊົນບ້ານ ດອນເຊັງ, ທ້າວ ຜາສຸກ ອາຍຸ 18 ປີ ປະຊາຊົນບ້ານສອນໄຊ, ນາງ ສຸພາລັກ ອາຍຸ 19 ປີ ປະຊາຊົນບ້ານໂພນສະຫວ່າງໃຕ້ ທັງ 5 ຄົນຢູ່ເມືອງ ໄກສອນພົມວິຫານ, ທ້າວ ສົມໄຊສີ ອາຍຸ 27 ປີ ປະຊາຊົນຢູ່ບ້ານ ປາກຊ່ອງ, ທ້າວ ສັນຕິສຸກ ອາຍຸ 29 ປີ ປະຊາຊົນບ້ານນວນວິໄລ, ທ້າວ ຕູ່ລີ້ ອາຍຸ 31 ປະຊາຊົນບ້ານ ຫຼັກເມືອງ ທັງ 3 ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວທັງ 8 ຄົນ ຮັບສາລະພາບວ່າ ຂອງກາງຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ລອບລວມຫຼັກຖານເພື່ອສົ່ງໄອຍະການສົ່ງຟ້ອງສານຕັດສິນຄະດີລົງໂທດຕາມລະບຽບກົດໝາຍ.