ປກສ ແຂວງຄໍາມ່ວນ ຢຶດຢາບ້າ 31.000 ກວ່າເມັດ
ໃນວັນທີ 16 ທັນວານີ້ ເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ກັກຕົວທ້າວ ວັນພິລາ ອາຍຸ 28 ປີ ຢູ່ທີ່ບ້ານ ຫາດຊຽງດີ ເມືອງໜອງບົກ ແຂວງຄຳມ່ວນ ພ້ອມດ້ວຍຂອງກາງຢາບ້າ 16 ມັດ ເທົ່າກັບ 31,928.
ເຈົ້າໜ້າທີ່ຕໍາຫຼວດ ວິຊາສະເພາະ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ : ພາຍຫຼັງໄດ້ສືບຮູ້ວ່າ: ຈະມີການລັກລອບເຄື່ອນໄຫວຂົນ-ສົ່ງຢາບ້າ ຢູ່ເຂດໂຮງງານຊີມັງ ບ້ານ ນາຄຳ ເມືອງມະຫາໄຊ ແຂວງຄຳມ່ວນ ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ວາງແຜນການສະກັດກັ້ນ ແລະ ຕິດຕາມກວດກາເປົ້າໝາຍຢູ່ຈຸດດັ່ງກ່າວ. ມາຮອດເວລາ 11 ຂອງວັນດຽວກັນ ຈຶ່ງໄດ້ພົບເຫັນເປົ້າໝາຍກໍາລັງເອົາບ້າໃຫ້ກັນ ຈຶ່ງ ເຂົ້າຈັບກຸມ ສາມາດຈັບກຸມໄດ້ 1 ຄົນຄື : ທ້າວ ວັນພີລາ ສ່ວນຜູ້ສັ່ງຊື້ ເອົາຕົວລົບໜີໄປໄດ້.
ຜ່ານການສຶບສວນ-ສອບສວນເບື້ອງຕົນ ທ້າວ ວັນພິລາ ຮັບສາລະພາບວ່າ:ຢາບ້າຈຳນວນດັ່ງກ່າວ ບໍ່ແມ່ນຂອງຜູ້ກ່ຽວພຽງແຕ່ຮັບຈ້າງໄປສົ່ງໃຫ້ໂຊເຟີຂັບລົດຫີນກາວ ທີ່ອອກປະເທດເພື່ອບ້ານໃນຄະນະທີ່ກໍາລັງຢຶນສົ່ງ ມີເຈົ້າໜ້າທີ່ຕໍາຫຼວດເຂົ້າຈັບຕົວກ່ອນພ້ອມຂອງກາງຈໍານດັ່ງກ່າວ. ປະຈຸບັນ ເຈົ້າໜ້າທີ່ກຳລັງດຳເນີນການສຶບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການກະທຳຜິດຄັ້ງນີ້ ມາດຳເນີນຕະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນໄລຍະດຽວກັນນີ້
ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາ ໄດ້ຈັບຕົວພວກລັກລອບຄ້າຂາຍຢາເສບຕິດໄດ້ 2 ຄົນ ພ້ອມຂອງກາງຢາເສບຕິດ 27 ມັດ ເທົ່າກັບ 54,00 ເມັດ ຜູ້ຕ້ອງຫາທັງສອງຄື: ສວນ. ທ້າວ ເຢັງປໍຢາງ ອາຍຸ 24 ປີ ປະຊາຊົນບ້ານ ມອນໃຕ້ ແລະ ທ້າວ ໃຈຢ້າງ ອາຍຸ 19 ປີ ປະຊາຊົນບ້ານ ໜອງແມງດາ ທັງສອງຢູ່ເມືອງ ໄຊ ແຂວງອຸດົມໄຊ ຕໍ່ກັບລາຍຄະດີດັ່ງກ່າວເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 12 ທັນວາ 2017 ນີ້ ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າຈະມີກຸ່ມຄົນບໍ່ດີເຄື່ອນໄຫວຂົົນສົ່ງ ແລະ ຄ້າຂາຍຢາເສບຕິດມາຈາກແຂວງອຸດົມໄຊມາແຂວງຫຼວງນໍ້າທາ ຈາກນັ້ນທາງເຈົ້າໜ້າທີພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຶ່ງໄດ້ຈັດກຳລັງລົງພິສູດແຫຼ່ງຂ່າວພ້ອມທັງຕັ້ງຈຸດກວດກາພໍຮອດເວລາປະມານ 17 ໂມງຂອງວັນດຽວກັນນັ້ນຈຶ່ງເຫັນເປົ້າໝາຍ 2 ຄົນຂັບຂີ່ລົດເກັງຮຸນໃດສີຂາວ ໝາຍເລກທະບຽນ 0876 ມາຕາມເສັ້ນທາງ R3 ພໍມາຮອດຂອບເຂດ ບ້ານຕາຫວ່ານ ເມືອງຫຼວງນໍ້າທາ ທາງເຈົ້າໜ້າທີຈຶ່ງໄດ້ຂໍອະນຸຍາດກວດກາຈຶ່ງພົບເຫັນຂອງກາງຢາບ້າຊຸກເຊື່ອງໄວ້ໃນຖົງເປ້ຈຳນວນ 9 ແທັກ ຈາກນັ້ນທາງເຈົ້າໜ້າທີຈື່ງໄດ້ນຳຕົວພວກກ່ຽວທັງສອງມາດຳເນີນການສືບສວນ – ສອບ ຜ່ານການສືບສວນ-ສອບສວນພວກກ່ຽວທັງສອງ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນ 9 ແທັກ ເທົ່າກັບ 27 ມັດເທົ່າກັບ 54.000 ເມັດແມ່ນຂອງພວກຕົນທັງສອງແທ້ໄດ້ຊື່ນຳເຖົ້າແກ່ຢູ່ແຂວງ ອຸດົມໄຊ ແຟັກໜື່ງ 60.000 ບາດສະກຸນເງີນໄທ ແລ້ວຈະມາຂາຍສົ່ງໃຫ້ຄູ່ຮ່ວມຂະບວນການທີ່ ແຂວງຫຼວງນໍ້າທາ.