ກະຊວງ ປກສ ຈັດຕັ້ງປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ.
ກະຊວງ ປກສ ໄດ້ປະກາດອະໄພຍະໂທດ,ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃນວັນທີ 22 ທັນວາ 2017 ນີ້ ຢູ່ທີ່ສະໂມສອນກະຊວງ ປກສ ໂດຍການເຂົ້າຮ່ວມຂອງ ພົຈວ ປອ ສົມຫວັງທຳມະສິດ ຮອງລັດຖະມົນຕີກະຊວງ ປກສ, ມີຕາງໜ້າຈາກສານປະຊາຊົນສູງສຸດ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ,ອຳນາດການປົກຄອງແກ່ຄອບຄົວນັກໂທດເຂົ້າຮ່ວມ.
ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ,ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດໃນທົ່ວປະເທດ 1890 ຄົນ, ຍິງ 400 ຄົນ ໃນນີ້ມີຄົນຕ່າງປະເທດ 39 ຄົນ, ຍິງ 10 ຄົນ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 42 ປີ ໃນນີ້ມີນັກໂທດທີ່ຂື້ນກັບຄ້າຍຄຸມຂັງ-ດັດສ້າງຊຳເຄ້, ຄ້າຍຄຸມຂັງ-ດັດສ້າງໂພນຕ້ອງ, ຄ້າຍຄຸມຂັງ-ດັດສ້າງໂພນເງີນ ແລະ ຄ້າຍຄຸມຂັງ-ດັດສ້າງສາຍນ້ຳງື່ມ ກົມຕຳຫຼວດຄຸມຂັງ-ດັດສ້າງ 360ຄົນ, ຍິງ 66 ຄົນ, ຄົນຕ່າງປະເທດ 14 ຄົນ ຍິງ 6 ຄົນ ໃນຈຳນວນນັກໂທດທີ່ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວໃນຄັ້ງນີ້ ຫຼາຍກວ່າໜູ່ແມ່ນ ນັກໂທດຄະດີຢາເສບຕິດມີ 324 ຄົນ ແລະ ອື່ນໆ.
ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດຄັ້ງນີ້ ແມ່ນປະຕິບັດຕາມການຄົ້ນຄວ້າ,ພິຈາລະນາ ແລະ ການສະເໜີຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ໂດຍອີງຕາມເງື່ອນໄຂ ແລະ ຄວາມກ້າວໜ້າ ຈາກການຝຶກຝົນຫຼໍ່ຫຼອມຕົນເອງຂອງນັກໂທດ ຢ່າງຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ,ລັດຖະທຳມະນູນ ແລະ ກົດໝາຍ ເພື່ອໃຫ້ໂອກາດແກ່ຜູ້ທີ່ຫຼົງຜິດ ແລະ ກິນແໜງແຄງໃຈຕໍ່ການກະທຳຜິດຂອງຕົນເອງ.
ໃນໂອກາດນີ້ ພົຈວ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ຍັງໄດ້ໂອ້ລົມ ແລະ ຊີ້ທິດເຍື່ອງທາງໃຫ້ແກ່ຜູ້ທີ່ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວໃນຄັ້ງນີ້.