ປກສ ເມືອງສົບເບົາມ້າງຄະດີຢາເສບຕິດ ເຮໂຣອິນ 10 ແທ່ງ.
ໃນວັນທີ 28 ມັງກອນ 2018 ນີ້ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສົບເບົາ ແຂວງຫົວພັນ ສົມພົບກ່ຽວພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານວຽງຮັງ ເຂົ້າກວດຄົ້ນເຮືອນເປົ້າໝາຍຄ້າຂາຍຢາເສບຕິດ ເຊິ່ງເປັນເຈົ້າຂອງເຮືອນ ຜ່ານການກວດຄົ້ນເຮືອນ ພົບເຫັນ ເຮໂຣອິນ 10 ແທ່ງ ໜັກ 3,8 ກິໂລກຣາມ, ປືນ 4 ກະບອກ ພ້ອມດ້ວຍລລູກປືນ 38 ລູກ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວທ້າວ ຈົ່ງເຕັ່ງ ອາຍຸ 53 ປີ ເຈົ້າຂອງເຮືອນມາດຳເນີນຄະດີ.
ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ເຮໂຣອິນຈຳນວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້ ປະຈຸບັນ ເຈົ້າໜ້າທີ່ພວມດຳເນີນຄະດີຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ.