ຈັບຕົວຄາດຕະກອນ ຂ້າຊິງຊັບ ຢູ່ເມືອງໄຊທານີ
ເມື່ອຕົ້ນເດືອນມີນາ 2018 ນີ້ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກັກຕົວທ້າວ ສິນໄຊຢ່າງ ຫຼື ມາຢ່າງ ອາຍຸ 30 ປີ ປະຊາຊົນ ບ້ານຖ້ຳດິນ ເມືອງລອງຊານ ແຂວງໄຊສົມບູນ ຂໍ້ຫາຄາດຕະກຳ ນາງແຈະວື່ ອາຍຸ 50 ປີ ຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານຕານມີໄຊ ເມືອງໄຊທານີ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່: ທ້າວສິນໄຊຢາງ ໄດ້ຮັບສາລະພາບວ່າ: ໃນວັນທີ 9 ກຸມພາ ຜູ້ກ່ຽວໄດ້ນັດພົບກັບ ນາງແຈະວື ຢູ່ບ້ານພັກແຫ່ງໜຶ່ງ. ເພື່ອຈະຮັບເງິນຄ່າຈ້າງຂັບລົດຈາກນາງ ແຈະວື່ ແຕ່ພວກກ່ຽວໄດ້ເກີດຜິດຖຽງກັນ ຜູ້ກ່ຽວຈຶ່ງໄດ້ລົງມືຄາດຕະກຳນາງແຈະວື່ ໂດຍໃຊ້ເຊືອກຮັດຄໍ ຈົນເສຍຊີວິດຄາທີ່ ຈາກນັ້ນຜູ້ກ່ຽວກໍ່ໄດ້ເອົາຊັບສິນຂອງຜູ້ຕາຍ ແລ້ວອອກຈາກຫ້ອງພັກ ເພື່ອຈະຫຼົບໜີ ພໍ່ມາຮອດບ່ອນຈອດລົດ ໄດ້ພົບນາງໄມຢ່າງ ເຊິ່ງແມ່ນໝູ່ຂອງແຈະວື່ ຜູ້ກ່ຽວຍັງມີແນວຄິດຈະຂ້ານາງໄມຢ່າງ ເພື່ອປົກປິດຄວາມຜິດ ແຕ່ຖືກເຈົ້າໜ້າທີ່ ປກສ ບ້ານຕານມີໄຊ ກັກຕົວພ້ອມກະເປົ່າຊັບສິນ ຂອງນາງແຈະວື່.