ລາວ-ມ້ຽນມາ ສືບຕໍ່ເພີ່ມທະວີການຮ່ວມມື ວຽກງານປ້ອງກັນຄວາມສະຫງົບ ໃນສັງຄົມ ແລະ ຊາຍແດນ
ໂດຍຕອບສະໜອງຕາມຄຳເຊີນ ຂອງ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ, ຄະນະ ຜູ້ແທນຂັ້ນສູງພາຍໃນ ແຫ່ງສາທາລະນະລັດ ສະຫະພາບມ້ຽນມາ ນຳໂດຍພົນໂທ ຈໍສະເວ ລັດຖະມົນຕີກະຊວງພາຍໃນ ແຫ່ງສາທາລະນະລັດ ສະຫະພາບມ້ຽນມາ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄັ້ງທີ 7 ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງກະຊວງ ປ້ອງກັນຄວາມສະຫງົບລາວ ແລະ ກະຊວງພາຍໃນມ້ຽນມາ ປະຈະປີ 2018. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ກະຊວງປ້ອງກັນຄວາມສະຫງົບ ສປປລາວ ໃນຕອນບ່າຍຂອງວັນທີ 20 ມີນາ 2018 ນີ້.
ຈາກນັ້ນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ກະຊວງພາຍໃນ ສາທາລະນະລັດ ສະຫະພາບມ້ຽນມາ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄັ້ງທີ 7 ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2018. ໂດຍການເປັນປະທານຮ່ວມຂອງ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບລາວ ແລະ ພົນໂທ ຈໍສະເວ ລັດຖະມົນຕີກະຊວງພາຍໃນ ຫົວໜ້າຄະນະຜູ້ແທນກະຊວງພາຍໃນມ້ຽນມາ.
ກອງປະຊຸມຫົວໜ້າຄະນະຜູ້ແທນທັງສອງກະຊວງ ໄດ້ລາຍງານສະພາບການປະຕິບັດໜ້າທີ່ ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ກໍ່ຄືປະເທດຊາດໃຫ້ກັນ ແລະກັນຊາບ. ຈາກນັ້ນ ຄະນະຜູ້ແທນທັງສອງກະຊວງ ຍັງໄດ້ພ້ອມກັນທົບທວນຕີລາຄືນການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືຈັດຕັ້ງປະຕິບັດບັນດາເນື້ອໃນບົດບັນທຶກກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍ ທີ່ລັດຖະມົນຕີທັງສອງກະຊວງໄດ້ລົງນາມຮ່ວມກັນໃນປີຜ່ານມາ. ພ້ອມທັງໄດ້ຄົ້ນຄວ້າປຶກສາຫາລື ແລະຄາດກະສະພາບການໃນຕໍ່ໜ້າ. ຈາກນັ້ນ, ກໍ່ໄດ້ພິຈາລະນາ ແລະ ຮັບຮອງເອົາເນື້ອໃນບົດບັນທຶກຂອງກອງປະຊຸມລັດຖະມົນຕີ ຄັ້ງທີ 7 ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງພາຍໃນມ້ຽນມາ. ໃນຕໍ່ໜ້າ ໃນນັ້ນ ຄະນະຜູ້ແທນທັງສອງຝ່າຍໄດ້ຕົກລົງເຫັນເປັນເອກະພາບ ສືບຕໍ່ເພີ່ມທະວີປົກປັກຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບຂອງທັງສອງປະເທດ; ສືບຕໍ່ເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນ; ແລກປ່ຽນຂໍ້ມູນຂ່າວສານ, ການສົ່ງເສີມກົນໄກຂອງຫ້ອງການປະສານງານຊາຍແດນ, ການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ, ການຮ່ວມມືຕ້ານການຄ້າມະນຸດ, ການສະກັດກັ້ນອາຊະຍາກຳຂ້າມຊາຍແດນ, ການຮ່ວມມືການຄວບຄຸມການເຂົ້າ-ອອກເມືອງຜິດກົດໝາຍ, ການຮ່ວມມືທາງດ້ານການສຶກສາ-ບຳລຸງກໍ່ສ້າງພະນັກງານ ແລະອື່ນໆ.
ພ້ອມນັ້ນ, ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະ ພົນໂທ ຈໍສະເວ ລັດຖະມົນຕີກະຊວງພາຍໃນ ມ້ຽນມາ ໄດ້ຮ່ວມມືລົງນາມເຊັນບົດບັນທຶກກອງປະຊຸມ ເພື່ອເປັນການຢັ້ງຢືມເຖິງຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແລະທັງເປັນບ່ອນອີງໃຫ້ແກ່ບັນດາກອງປະຊຸມອ້ອມຂ້າງກະຊວງ ແລະ ຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງທັງສອງປະເທດ. ໃນການຈັດຕັ້ງປະຕິບັດບັນດາເນື້ອໃນບົດບັນທຶກກອງປະຊຸມໃຫ້ມີຜົນສຳເລັດ ແນໃສ່ເງື່ອນໄຂສະພາບແວດລ້ອມທີ່ດີ ທາງດ້ານວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມຮັ່ງມີເຂັ້ມແຂງຂອງສອງປະເທດ.