ເຫດການຜົວຄາດຕະເມຍ ເມືອງໄຊທານີ
ໃນວັນທີ 21 ເມສາ 2018 ໜ່ວຍງານສືບສວນ- ສອບສວນຄະດີອາຍາ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ທ້າວຄຳສອນ ຫຼື ປີກ ອາຍຸ 50 ປີ ປະຊາຊົນ ບ້ານນາແຄຄຳ ເມືອງໄຊທານີ ຄະນະຫຼວງວຽງຈັນ ໃນຂໍ້ຫາຄາດຕະກຳ ນາງສຸດໃຈ ອາຍຸ 40 ເຊິ່ງເປັນ ໃນວັນທີ 20 ເມສາ 2018.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວຄຳສອນຫຼື ປີກ ໄດ້ສາລະພາບວ່າເປັນຜູ້ກໍ່ເຫດຄາດຕະກຳນາງສຸດໃຈແທ້ ສາເຫດແມ່ນຍ້ອນຜິດຖຽງກັນ.
ປະຈຸບັນເຈົ້າໜ້າທີ່ຕຳຫຼວດພວມດຳເນີນຄະດີກັບຜູ້ກ່ຽວຕາມກົດ.