ຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ ຈັດກອງປະຊຸມສະຫຼຸບ ວຽກງານ 6 ເດືອນຕົ້ນປີ 2018
ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2018. ໃນວັນທີ 6 ກໍລະກົດ 2018 ນີ້ ທີ່ຫ້ອງປະຊຸມສຳນັກງານນາຍຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ເຂົ້າຮ່ວມມີ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດຜູ້ປະຈຳການ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ອົງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫ່ຍຕຳຫຼວດ, ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດເຮັດໜ້າທີ່ວຽກງານວິຊາສະເພາະໃນການຕ້ານການຄ້າມະນຸດ 6 ເດືອນຕົ້ນປີ ຜ່ານມາ ເຊິ່ງທ່ານໄດ້ກ່າວວ່າ: ໂດຍຈັດຕັ້ງປະຕິບັດຕາມແຜນງານ,ໂຄງການວຽກງານວິຊາສະເພາະເປັນຕົ້ນແມ່ນ ໄດ້ສຸມໃສ່ 4 ວຽກງານໃຫ່ຍເຊັ່ນ:ວຽກງານນະໂຍບາຍ ແລະ ການຮ່ວມມືສາກົນ, ວຽກງານປ້ອງກັນສະກັດກັ້ນ, ການດຳເນີນຄະດີ ແລະ ການບັງຄັບໃຊ້ກົດໝາຍ, ບັນດາກະຊວງ, ອົງການກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍທາງ 5 ດ້ານຄື: ດ້ານສະຖານທີ່ພັກເຊົາຊົ່ວຄາວທີ່ປອດໄພ, ດ້ານການແພດ, ດ້ານກົດໝາຍ, ດ້ານການສຶກສາ ແລະ ອື່ນໆ. ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຄວາມຮັບຜິດຊອບ ຍາດຜົນງານທີ່ພົ້ນເດັ່ນໄດ້ຫຼາຍດ້ານສະແດງອອກ: ໄດ້ສຸມໃສ່ເຮັດວຽກງານລົງຮາກຖານ, ເພື່ອເກັບກຳຂຶ້ນບັນຊີພຶ້ນທີ່ເປົ້າໝາຍ ເສັ້ນທາງທີ່ມີຄວາມສ່ຽງ ແລະ ດຳເນີນການແກ້ໄຂຄະດີຄ້າມະນຸດ. ໃນ 6 ເດືອນຕົ້ນປີ 2018 ໄດ້ດຳເນີນຄະດີໃນທົ່ວປະເທດ ມີ 21 ເລື່ອງ, ມີຜູ້ກະທຳຜິດ 35 ຄົນ ຍິງ 12 ຄົນ. ໃນນີ້, ມີຄະດີເກີດຂຶ້ນໃໝ່ໃນ 6 ເດືອນຕົ້ນປີມີ 9 ເລື່ອງ, ມີຜູ້ກະທຳຜິດ 18 ຄົນ, ຍິງ 8 ຄົນ ໄດ້ດຳເນີນຄະດີສຳເລັດແລ້ວສົ່ງໃຫ້ໄອຍະການປະຊາຊົນ 8 ເລື່ອງ, ຊັດມ້ຽນ 8 ເລື່ອງ, ໂຈະການດຳເນີນຄະດີ 1 ເລື່ອງ ໄດ້ຮັບຜູ້ຖືກເຄາະຮ້າຍມາຈາກປະເທດເພື່ອນບ້ານ 35 ຄົນ, ຍິງ 34 ຄົນ. ພ້ອມນີ້, ຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວທັງພາຍໃນ ແລະ ຕ່າງປະເທດ ໄດ້ 53.822 ຄົນ ຍິງ 28.344 ຄົນ ໃນນັ້ນ, ແຮງງານຕ່າງປະເທດ ມີ 46.893 ຄົນ, ຍິງ 26.167 ຄົນ, ໄດ້ຊ່ວຍເຫຼືອດ້ານການສຶກສາ ແລະ ທຶນຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ຖືກເຄາະຮ້າຍໄດ້ 17 ຄົນ ຝຶກອົບໃຫ້ກຸ່ມສ່ຽງຈຳນວນ 33 ຄົນ ແລະ ອື່ນໆ.