6 ເດືອນຕົ້ນປີ 2018 ທົ່ວປະເທດສາມາດ ແກ້ໄຂຄະດີຢາເສບຕິດໄດ້ 1.379 ເລື່ອງ,
ໃນວັນທີ 5 ກໍລະກົດ 2018 ນີ້ ພັອ ຄຳແພງ ໄຊຍະລາດ ຫົວໜ້າຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດ ກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນຂອບເຂດທົ່ວປະເທດ ຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໃນໄລຍະ 6 ເດືອນຕົ້ນປີ 2018 ນີ້ວ່າ: ບັນຫາຢາເສບຕິດ ບໍ່ພຽງແຕ່ເປັນອັນຕະລາຍຕໍ່ສັງຄົມລາວ, ມັນໄດ້ກາຍເປັນບັນຫາລວມຂອງໂລກ, ເປັນໄພອັນຕະລາຍຮ້າຍແຮງຕໍ່ມວນມະນຸດ, ເປັນອຸປະສັກກົດໜ່ວງທ່ວງດຶງ ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ທັງຍັງນຳເອົາຄວາມຫາຍະນະມາສູ່ຊິວິດ ແລະ ຄອບຄົວ ຜູ້ທີ່ຕົກເປັນທາດຂອງມັນ, ຍ້ອນແນວນັ້ນ ໃນໄລຍະຊຸມປີຜ່ານມາ ພັກ ແລະ ລັດຖະບານ ຈຶ່ງໄດ້ຖືກເອົາການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ສຳຄັນ ແລະ ໄດ້ຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ແລະ ເຈົ້າໜ້າທີ່ກໍ່ໄດ້ມ້າງກຸ່ມແກ້ງຄ້າຂາຍຢາເສບຕິດ ທັງລາຍນ້ອຍ ແລະ ລາຍໃຫຍ່ໄດ້ຫຼາຍລາຍ, ຍຶດຊັບສິນໄດ້ຈຳນວນຫຼວງຫຼາຍ, ແຕ່ກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ ທັງພາຍໃນ ແລະ ຕ່າງປະເທດຍັງບໍ່ລົດລະ ໃນການເຄື່ອນໄຫວຄ້າຂາຍຢາເສບຕິດ ພວກເຂົາໄດ້ອາໄສພູມມີປະເທດ ທີ່ມີພູຜາປ່າດົງ ແລະ ແມ່ນ້ຳລຳເຊ,ເຄື່ອນໄຫວລັກລອບນຳເຂົ້າຢາເສບຕິດປະເທດຕ່າງໆເຊັ່ນ: ຢາບ້າ, ເຮໂລອິນ, ຢາໄອສ ແລະ ສານເຄມີ ການນຳເຂົ້າຕົ້ນຕໍແມ່ນມາຈາກເຂດສາມຫຼ່ຽມຄຳ ໂດຍແມ່ນບັນດາແຂວງພາກເໜືອເປັນບ່ອນພັກຢາເສບຕິດ, ແລ້ວລຳລ່ຽງນຳສົ່ງມາບັນດາແຂວງພາກກາງ ແລະ ພາກໃຕ້ເພື່ອນຳສົ່ງໄປປະເທດທີສາມ.
ສະເພາະ 6 ເດືອນຕົ້ນປີ 2018 ທົ່ວປະເທດສາມາດແກ້ໄຂຄະດີຢາເສບຕິດໄດ້ 1.379 ເລື່ອງ, ຜູ້ຖືກຫາ 1.944 ຄົນ ຍິງ 240 ຄົນ, ຄົນຕ່າງປະເທດ 32 ຄົນ, ຍິງ 5 ຄົນ, ຍືດຢາເສບຕິດປະເພດຕ່າງໆຄື: ເຮໂລອິນ 71,13 ກິໂລກຣາມ, ຢາບ້າ ນ້ຳໜັກ 262 ກິໂລກຣາມ, ຝິ່ນ 53 ກິໂລກຣາມ, ແກ່ນຝິ່ນ 3 ກິໂລກຣາມ, ກັນຊາ 5 ກິໂລກຣາມ, ຢາໄອສ 102 ກິໂລກຣາມ, ແປ້ງ ແລະ ສານເຄມີ ອື່ນໆ ຈຳນວນໜຶ່ງ, ຍຶດລົດໃຫຍ່ໄດ້ 35 ຄັນ, ລົດຈັກ 221 ຄັນ, ວັດຖຸເງິນ, ຄຳ ແລະ ແລະ ອາຢັດເຮືອນ ດິນໄດ້ຈຳນວນຫຼວງຫຼາຍ.
ພັອ ຄຳແພງ ໄຊຍະລາດ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ຕື່ມອີກວ່າ: ຢາເສບຕິດຍັງແມ່ນສາເຫດຕົ້ນຕໍທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ບໍ່ມີຄວາມສະຫງົບ, ບໍ່ມີຄວາມເປັນລະບຽບຮ້ອຍຮຽບ ເປັນຕົ້ນ ການປຸ້ນຈີ, ຊິງຊັບ ລັກຊັບ, ຄາດຕະກຳ, ອາລະວາດຕີກັນ, ການເປັນນັກເລງອັນຕະພານຂອງກຸ່ມໄວໜຸ່ມ ນອກນີ້, ໄວໜຸ່ມ ມີການມົ້ວສຸມຢາເສບຕິດຢູ່ຕາມຮ້ານບັນເທິງ, ຮ້ານອາຫານ, ຮ້ານເກມ, ເຮືອນພັກ, ໂຮງແຮມ, ຫ້ອງແຖວ ໃຫ້ເຊົ່າ ແລະ ອື່ນໆ. ຜ່ານມາ ພັກ ແລະ ລັດຖະບານຍາມໃດ ກໍ່ຖືເອົາການສຶກສາອົບຮົມເປັນບັນຫາສຳຄັນ ໂດຍໄດ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາຂໍ້ກຳນົດ, ກົດລະບຽບ, ມະຕິຄຳສັ່ງ, ກົດໝາຍວ່າດ້ວຍຢາເສບຕິດ ມາດຕາ 146 ແລະ ຜົນຮ້າຍອັນຕະລາຍຂອງຢາເສບຕິດຢ່າງກວ້າງຂວາງ, ທາງວິທະຍຸ, ໜັງສືພິມ, ໂທລະພາບ ເພື່ອສ້າງຈິດສຳນຶກທີ່ຖືກຕ້ອງ ແລະຊ່ວຍກັນສະກັດກັ້ນ ການແຜ່ລະບາດຂອງຢາເສບຕິດ ແລະ ພ້ອມກັນຫ່າງໄກຈາກຢາເສບຕິດ. ສຳລັບໃນຕໍ່ໜ້ານີ້ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຈະສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານທີ່ປະຕິບັດວຽກງານວິຊາສະເພາະ ໃຫ້ມີຄຸນທາດການເມືອງໜັກແໜ້ນ ກຳໄດ້ສະພາບກົນອຸບາຍເລ່ຫຼ່ຽມການເຄື່ອນໄຫວຂອງພວກເປົ້າໝາຍຄ້າຂາຍຢາເສບຕິດໃຫ້ເປັນລະບົບ, ປັບປຸງຍົກລະດັບຄຸນນະພາບວຽກງານສືບສວນ-ສອບສວນ ດຳເນີນຄະດີໃຫ້ຈະແຈ້ງ, ຊັດເຈນ, ຮັດກຸມ, ວ່ອງໄວ, ໂປ່ງໃສການດຳເນີນຄະດີ, ເຮັດວຽກງານໂຄສະນາສຶກສາອົບຮົມ ໃຫ້ປະຊາຊົນ ແລະ ກຸ່ມເປົ້າໝາຍ ທີ່ມີຄວາມສ່ຽງຕໍ່ກັບບັນຫາຢາເສບຕິດ, ເພີ່ມທະວີການຮ່ວມມືກັບປະເທດເພື່ອນບ້ານ, ອົງການຈັດຕັ້ງສາກົນຕ່າງໆ, ເພື່ອແລກປ່ຽນຂໍ້ມູນຂ່າວສານ, ເປົ້າໝາຍຄ້າຂາຍຢາເສບຕິດຂ້າມຊາດ, ເຂົ້າຮ່ວມໂຄງການຮັກສາຄວາມປອດໄພຕາມລຳແມ່ນ້ຳຂອງ 6 ປະເທດຄື: ລາວ, ຈີນ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ, ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການສະກັດກັ້ນ ແລະ ຕ້ານຢາເສບຕິດແຕ່ປີ 2016-2020.