ສະຫະພັນແມ່ຍິງກະຊວງ ປກສ ຈັດຕັ້ງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ
ສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ໃນວັນທີ 17 ກໍລະກົດ 2018 ນີ້ ເປັນກຽດເຂົ້າຮ່ວມຂອງ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ມີພົຈວ ອາລູ ວາລີຊື່ ຫົວໜ້າກົມໃຫ່ຍການເມືອງ ປກສ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີປະທານສະຫະພັນແມ່ຍິງກະຊວງ, ຄະນະສະຫະພັນແມ່ຍິງກະຊວງ, ອົງການຈັດຕັ້ງຊາວໜຸ່ມ, ກຳມະບານ, ຄະນະໜ່ວຍແມ່ຍິງກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.
ພັທ ນ. ສົມພອນ ແສງຄຳຢອງ ຮອງປະທານສະຫະພັນແມ່ຍິງກະຊວງ ປກສ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ແມ່ນວັນປະຫວັດສາດສຳຄັນໜຶ່ງຂອງຊາດລາວ ເພາະວ່າຂະບວນການຂອງແມ່ຍິງລາວເວລາໃດກໍ່ຕິດພັນຢ່າງສະໜິດແໜ້ນກັບຂະບວນການລວມຂອງປະຊາຊົນລາວບັນດາເຜົ່າ ກໍ່ຄືຂະບວນການລວມຂອງປະເທດຊາດ ບໍ່ວ່າໃນສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນີ້, ກໍ່ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ ການເຕີບໃຫ່ຍຂະຫຍາຍຕົວຂອງແມ່ຍິງລາວໃນແຕ່ລະໄລຍະ. ການປາຖະກະຖາໃນຄັ້ງນີ້, ເພື່ອສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ນັກຮົບ ກໍຄືແມ່ຍິງໃນກຳລັງປ້ອງກັນຄວາມສະຫງົບໃຫ້ເຫັນໄດ້ມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເພື່ອແນ່ໃສ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ເຂົ້າໃນການປະຕິບັດໜ້າທີ່, ການດຳລົງຊີວິດກໍ່ຄືການປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂອກາດດຽວກັນ, ຍັງໄດ້ຮັບຟັງການເຜີຍແຜ່ເອກະສານວຽກງານກໍ່ສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງໄລຍະ 3 ປີ ແຕ່ປີ 2015-2017 ແລະ ທິດທາງແຜນການໄລຍະ 3 ປີ ແຕ່ປີ 2018-2020 ແລະ ບົດໂອ້ລົມຂອງທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກຕໍ່ກອງປະຊຸມວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ຄັ້ງທີ II.