ປກສ ແຂວງສະຫວັນນະເຂດ ກັກເປົ້າໝາຍ ຊື້-ຂາຍຢາເສບຕິດພ້ອມຂອງກາງຢາບ້າ 11 ພັນກວ່າເມັດ
ໃນວັນທີ 11 ກໍລະກົດ 2018 ນີ້ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ສະກັດກັ້ນແກ້ໄຂຄະດີຢາເສບຕິດຢູ່ເຂດບ້ານ ໄຜ່ ເມືອງຈຳພອນ ສາມາດຍຶດຢາບ້າໄດ້ 11 ພັນກວ່າເມັດ, ພ້ອມຈັບຕົວຜູ້ກະທຳຜິດໄດ້ 2 ຄົນ ຄື: ທ້າວ ສິດ ອາຍຸ 48 ປີ ແລະ ທ້າວ ຄຳພາ ອາຍຸ 36 ປີ ທັງສອງຄົນຢູ່ບ້ານໄຜ່ ເມືອງຈຳພອນ ແຂວງສະຫວັນນະເຂດ.
ຜ່ານການສຶບສວນ-ສອບສວນພວກກ່ຽວໃຫ້ການວ່າ: ຢາບ້າຈຳນວນດັ່ງກ່າວ ໄດ້ຊື້ມາຈາກພວກຮ່ວມຂະບວນການດຽວກັນ ຊື້ມາໄວ້ເພື່ອຂາຍໃຫ້ໄວລຸ້ນພາຍໃນບ້ານ.
ປະຈຸບັນຄະດີດັ່ງກ່າວຢູ່ໃນຂັ້ນຕອນດຳເນີນການສຶບສວນ-ສອບສວນ ຫາຜູ້ຮ່ວມຂະບວນການມາລົງໂທດຕາມກົດໝາຍບ້ານເມືອງ.