ກອງປະຊຸມພົບປະແລກປ່ຽນລະຫວ່າງ ກອງບັນຊາການຕຳຫຼວດ ແຂວງດຽນບຽນ ແລະ ກອງບັນຊາການ ແຂວງ ຜົ້ງສາລີ ຄັ້ງທີ 30
ກອງບັນຊາການຕຳຫຼວດ ແຂວງດຽນບຽນ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ການຮ່ວມມືກັບ ກອງບັນຊາການ ແຂວງ ຜົ້ງສາລີ ສປປ ລາວ ໃນວັນທີ 10 ກໍລະກົດ 2018 ນີ້ ທີ່ຫ້ອງປະຊຸມກອງບັນຊາການຕຳຫຼວດ ແຂວງດຽນບຽນ ຕາງໜ້າຝ່າຍລາວນຳໂດຍ ພັອ ຄຳເພັງ ເຈນຄຳເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ຕາງໜ້າຝ່າຍຫວຽດນາມ ໂດຍແມ່ນ ພົຈວ ຊຸງອາຣົງ ຫົວໜ້າກອງບັນຊາການຕຳຫຼວດ ແຂວງດຽນບຽນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມທັງສອງຝ່າຍໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະ 1 ປີ ທີ່ຜ່ານມາ ພ້ອມທັງປຶກສາຫາລືແລກປ່ຽນຄຳຄິດຄຳເຫັນບາງບັນຫາ ເປັນຕົ້ນແມ່ນການປະສານສົມທົບການຄຸ້ມຄອງຊາຍແດນ ໂຄສະນາປຸກລະດົມໃຫ້ປະຊາຊົນທີ່ອາໃສຢູ່ລຽບຕາມຊາຍແດນ ປະຕິບັດສັນຍາກ່ຽວກັບຊາຍແດນທີ່ລັດຖະບານທັງສອງຝ່າຍໄດ້ລົງນາມ ໂດຍສະເພາະແມ່ນບັນຫາຄົນເຂົ້າ-ອອກເມືອງ ທີ່ຜິດກົດໝາຍ ການຍົກຍ້າຍຖິ່ນຖານຢ່າງເສລີ, ການລັກລອບແຕ່ງດອງທີ່ບໍ່ຖືກຕ້ອງກົດໝາຍ ແລະ ການອາຊະຍາກຳຕ່າງໆ. ພິເສດແມ່ນບັນຫາຢາເສບຕິດ ແລະ ບັນຫາລາຍຄະດີອາຍາຕ່າງໆທີ່ກ່ຽວຂ້ອງເຖິງພົນລະເມືອງທັງສອງຊາດ. ນອກນີ້ທັງສອງຝ່າຍຍັງໄດ້ເອົາໃຈໃສ່ປະສານສົມທົບຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍການຈັດເຝິກອົບຮົມວຽກງານວິຊາສະເພາະຊ່ວຍເຫຼືອດ້ານພາຫະນະ, ອຸປະກອນຕ່າງໆ ພິເສດໃນປີ 2017 ກອງບັນຊາການຕຳຫຼວດແຂວງບຽນດຽນ ໄດ້ປະສານຊ່ວຍເຫຼືອການກໍ່ສ້າງຫ້ອງການເຮັດວຽກ ໃຫ້ແກ່ກອງບັນຊາການ ປກສ ເມືອງໃໝ່ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ຈາກນັ້ນທັງສອງຝ່າຍກໍ່ໄດ້ພ້ອມກັນລົງນາມເຊັນບົດບັນທຶກຊ່ວຍຈຳພົບປະແລກປ່ຽນບົດຮຽນວຽກງານປ້ອງກັນຄວາມສະຫງົບໃນຄັ້ງຕໍ່ໄປ ແຕ່ພ້ອມກັນນີ້ທັງກອງບັນຊາການ ປກສ ແຂວງຜົ້ງສາລີ ຍັງໄດ້ມອບຫຼຽນກາພັດທະນາຂອງລັດຖະບານ, ໃບຍ້ອງຍໍຂອງທ່ານເຈົ້າແຂວງໆຜົ້ງສາລີ ແລະ ໃບຍ້ອງຍໍຂອງກອງບັນຊາການ ປກສ ແຂວງຜົ້ງສາລີ ແຫ່ງສປປ ລາວ ໃຫ້ແກ່ກອງບັນຊາການຕຳຫຼວດ ແຂວງດຽນບຽນ ໃຫ້ກຽດຂື້ນມອບໂດຍ ພັອ ຄຳເພັງ ເຈນຄຳເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ແລະ ຂຶ້ນຮັບໂດຍ ທ່ານ ພົຈວ ຊຸງອາຣົງ ຫົວໜ້າກອງບັນຊາການຕຳຫຼວດ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ.