ຫົວໜ້າກອງບັນຊາການ ປກສ ແຂວງ ອັດຕະປື ກ່ຽວກັບສະພາບການເກີດໄພ ນໍ້າຖ້ວມຢູ່ເມືອງສະໜາມໄຊ
ຕາມການລາຍງານຂອງ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ກ່ຽວກັບສະພາບການເກີດໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປືວ່າ: ນໍ້າໄດ້ຖ້ວມໃນເວລາປະມານ 20:00 ໂມງ ຂອງວັນທີ 23 ກໍລະກົດ 2018 ໄດ້ມີປະລິມານນໍ້າຂື້ນຢ່າງໄວວາ, ເຮັດໃຫ້ເຂື່ອນເຊນໍ້ານ້ອຍອ່າງທີ 2 ແຕກ, ເຮັດໃຫ້ໄຫຼຖ້ວມບ້ານເຮືອນປະຊາຊົນ ຈຳນວນ 6 ບ້ານ ທີ່ຖືກຜົນກະທົບໜັກຄື: ບ້ານໄໝ່, ບ້ານຫີນລາດ, ບ້ານທ່າຫີນໃຕ້, ບ້ານທ່າແສງຈັນ, ບ້ານສະໜອງ, ບ້ານແທ ຄຸ້ມໂຄກກ່ອງ ເຊິ່ງມີຈຳນວນ 1630 ຄອບຄົວ, ມີປະຊາຊົນ 6,360 ຄົນ.
ເຊິ່ງໃນປະຈຸບັນ ທາງການຫຼາຍພາກສ່ວນກໍໄດ້ລະດົມກຳລັງເຂົ້າຊ່ວຍເຫຼືອດ້ວຍທາງເຮືອເປັນການດ່ວນ.