ທ່ານ ທອງລຸນ ສີສຸລິດ ຖະແຫຼງກ່ຽວກັບ ການຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື
ທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ຖະແຫຼງ ກ່ຽວກັບການຊ່ວຍເຫຼືອ ປະຊາຊົນ ທີ່ປະສົບໄພ ຈາກເຫດການເຂື່ອນກັ້ນນ້ຳ ແຫ່ງທີ່ 3 ເຊປ່ຽນ-ເຊນ້ຳນ້ອຍ ແຕກໃນວັນທີ 23 ກໍລະກົດ 2018 ຢູ່ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງມາຮອດປະຈຸບັນ ໄດ້ກອບກູ້ເອົາປະຊາຊົນ ທີ່ຫຼົບໄພຢູ່ເທີງຫຼັງຄາເຮືອນ, ເທີງຕົ້ນໄມ້ໃຫ່ຍ ໄດ້ໝົດແລ້ວ ສຳລັບປະຊາຊົນ ທີ່ຊ່ວຍເຫຼືອໄດ້ນັ້ນ ແມ່ນໄດ້ນຳມາ ພັກຢູ່ບ່ອນ ທີ່ປອດໄພ. ແລະ ໃນປະຈຸບັນ ຕາມສະຫຼຸບມີປະຊາຊົນ ທີ່ຂາດທີ່ຢູ່ອາໃສເຖິງ 587 ຄອບຄົວ ມີ 3060 ຄົນ ຜູ້ສູນຫາຍມີເຖິງ 131 ຄົນ ສ່ວນຈຸດທີ່ໄດ້ຮັບຜົນກະທົບ ປະຈຸບັນ 2 ຈຸດໄດ້ຫຼຸດລະດັບນ້ຳລົງ ແຕ່ປະລິມານນ້ຳ ໄດ້ໄຫຼລົງບ້ານໃກ້ຄຽງລວມ 13 ບ້ານ.
ທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ຖະແຫຼ່ງ ສປປ ລາວ ໄດ້ກ່າວຕື່ມອີກວ່າ: ລັດຖະບານໄດ້ປະຊຸມກັນດ່ວນຂື້ນອີກຄັ້ງໜື່ງ ແລະ ໄດ້ຕົກລົງສ້າງຕັ້ງຄະນະສະເພາະກິດໜຶ່ງຂື້ນ ໂດຍມອບໝາຍໃຫ້ຮອງນາຍຍົກ ສອນໄຊ ສີພັນດອນ ເປັນຫົວໜ້າຄະນະພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂວງອັດຕະປື ເມືອງສະໜາມໄຊ ເພື່ອສືບຕໍ່ແກ້ໄຂບັນຫານີ້. ໜ່ວຍສະເພາະກິດດັ່ງກ່າວນີ້ຈະເຮັດໜ້າທີ່ມີທັງໄລຍະສະເພາະໜ້າ ແລະ ຍາວນານ ຄະນະສະເພາະກິດຈະໄດ້ປະເມີນຜົນເສຍຫາຍທັງຊອກຫາສາເຫດທີ່ພາໃຫ້ເກີດອຸປະຕິເຫດການແຕກຫັກຂອງອ່າງເກັບນ້ຳດັ່ງກ່າວລວມທັງຈະໄດ້ຮ່ວມກັບບໍລິສັດທີ່ໄດ້ຮັບການສຳປະທານນັ້ນກວດກາຄວາມຮັບຜິດຊອບ ແລະ ພັນທະຂອງແຕ່ລະຝ່າຍເພື່ອແກ້ໄຂບັນຫານີ້ຕໍ່ໄປ. ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດໃນການແກ້ໄຂສະພາບການໃນຄັ້ງນີ້ ແລະ ກໍ່ໄດ້ລົງກວດກາຊີ້ນຳດ້ວຍຕົນເອງຈື່ງໄດ້ເຫັນພື້ນທີ່ຕົວຈິງມາແລ້ວ.
ໂອກາດນີ້ຂ້າພະເຈົ້າກໍສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນຕໍ່ອົງການຊ່ວຍເຫຼືອຂອງທຸກພາກສ່ວນດ້ວຍນ້ຳໃສໃຈຈິງດ້ວຍຄວາມເປັນຫ່ວງຂອງປະຊາຊົນຄົນລາວຂອງພວກເຮົາໃນທົ່ວປະເທດ ແລະ ປະຊາຊົນລາວຂອງພວກເຮົາທີ່ຢູ່ຕ່າງປະເທດທີ່ມີຕໍ່ປະຊາຊົນຜູ້ຖືກເຄາະຮ້າຍໃນຄັ້ງນີ້ ແລະ ຂ້າພະເຈົ້າຂໍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຂໍຂອບໃຈຢ່າງຈິງໃຈຕໍ່ການສະແດງຄວາມເຫັນໃຈ ແລະ ສະແດງເຈດຈຳນົງໃຫ້ການຊ່ວຍເຫຼືອຂອງລັດຖະບານປະເທດເພື່ອນມິດ ແລະ ປະຊາຊົນປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆໃນຄັ້ງນີ້ສິ່ງດັ່ງກ່າວມັນໄດ້ສ້າງກຳລັງແຮງກຳລັງໃຈໃຫ້ແກ່ຜູ້ປະສົບເຄາະຮ້າຍໃນຄັ້ງນີ້ເພື່ອໃຫ້ກາເຈົ້າໄດ້ເຂົ້າສູ່ສະພາບປົກກະຕິໂດຍໄວ.