ພິທີລະນຶກວັນສາກົນຕ້ານການຄ້າມະນຸດ ຄົບຮອບ 18 ປີ
ໃນວັນທີ 28 ກໍລະກົດນີ້ ກອງເລຂາຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບຈັດພິທີລະນຶກວັນສາກົນຕ້ານການຄ້າມະນຸດ ຄົບຮອບ 18 ປີ ຄືວັນທີ 30 ກໍລະກົດ 2000 ຫາ 30 ກໍລະກົດ 2018 ຢູ່ທີ່ສວນປະຕູໄຊ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນຮອງປະທານຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ, ມີບັນດາການນຳກະຊວງອົງການທຽບເທົ່າກະຊວງ, ຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ, ຄູ່ຮ່ວມງານຈາກບັນດາກະຊວງ, ສະຖານທູດອົງການຈັດຕັ້ງສາກົນຕ່າງໆປະຈຳ ສປປ ລາວ ແລະ ມວນຊົນເຂົ້າຮ່ວມ.
ໂອກາດດັ່ງກ່າວ ພົຕ ສົມແກ້ວ ສີລາວົງ ໄດ້ກ່າວວ່າ: ບັນຫາການຄ້າມະນຸດເປັນອາຍາກຳຂ້າມຊາດທີ່ຮ້າຍແຮງ ຍ້ອນວ່າການຄ້າມະນຸດ ແມ່ນການລະເມີດສິດທິພື້ນຖານ ຂອງຄວາມເປັນມະນຸດຂັ້ນຮ້າຍແຮງ ສົ່ງຜົນກະທົບໂດຍກົງ ທາງດ້ານຮ່າງກາຍ ແລະ ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ສັງຄົມ ແລະ ການພັດທະນາສ້າງສາປະເທດຊາດ, ໃນປະຈຸບັນມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດໃນທົ່ວໂລກຫຼາຍກວ່າ 40 ລ້ານຄົນ, ເດັກນ້ອຍ ແລະ ຜູ້ຍິງກວມເອົາ 71%, ເຂດພາກພື້ນອາຊີ ແລະ ປາຊີຟິກ ເປັນເຂດທີ່ມີຜູ້ຖືກເຄາະຮ້າຍຫຼາຍທີ່ສຸດໃນໂລກ ກວມເອົາ 65% ຂອງຈຳນວນຜູ້ຖືກເຄາະຮ້າຍໃນທົ່ວໂລກ. ບັນຫາການຄ້າມະນຸດໄດ້ເກີດຂື້ນຢ່າງກວ້າງຂວາງ ແລະ ມີຫຼາຍຮູບແບບເປັນຕົ້ນແມ່ນ: ການເຄື່ອນຍ້າຍແຮງງານ, ການອົບພະຍົບຂອງປະຊາກອນໂລກ ແລະ ອື່ນໆ. ສະເພາະ ສປປ ລາວ ພົ້ນເດັ່ນ: ແມ່ນຮູບແບບການຕົວະຍົວະຫຼອກລວງໄປທ່ອງທ່ຽວ, ໄປຂາຍເຄື່ອງ, ໄປອອກແຮງງານແບບຜິດກົດໝາຍ ແລະ ຂົນຂວາຍເອົາແມ່ຍິງລາວໄປແຕ່ງດອງກັບຄົນຕ່າງປະເທດ ດ້ວຍຮູບການໝັ້ນໝາຍແອບແຝງ ແລະ ອື່ນໆ.
ທ່ານຍັງກ່າວຕື່ມວ່າ: ເພື່ອຈັດຕັ້ງປະຕິບັດບັນດາວຽກງານ ຕ້ານການຄ້າມະນຸດໃນຕໍ່ໜ້າໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງ, ທັງແກ້ໄຂບັນຫາການຄ້າມະນຸດຢູ່ ສປປ ລາວ ໃຫ້ຫຼຸດລົງ, ຮຽກຮ້ອງໃຫ້ທຸກຂະແໜງການ ແລະ ທຸກພາກສ່ວນຈົ່ງເພີ່ມທະວີວຽກງານໂຄສະນາສຶກສາອົບຮົມດ້ວຍຫຼາຍຮູບຫຼາຍສີ, ຫຼາຍວິທີການເພື່ອໃຫ້ບັນດາຊັ້ນຄົນຕ່າງໆ. ໂດຍສະເພາະຊາວໜຸ່ມ-ເຍົາວະຊົນຢູ່ສູນກາງ ແລະ ທ້ອງຖິ່ນເຂດຫ່າງໄກສອກຫຼີກ ຮາກຖານບ້ານ ນັບທັງເຂດເສດຖະກິດ ພິເສດໄດ້ຮັບຮູ້ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ ມີສະຕິປ້ອງກັນຕົນເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດ, ໃນພິທີຍັງໄດ້ມີການວາງສະແດງຮູບພາບກ່ຽວກັບຜົນງານ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດໃນໄລຍະຜ່ານມາ ແລະ ໄດ້ມີການຍ່າງມິນິມາລາທອນເພື່ອສຸຂະພາບ.