ທ່ານຮອງລັດຖະມົນຕີ ກະຊວງ ປກສ ຢ້ຽມຢາມຢູ່ພາກສະໜາມ ການກອບກູ້ໄພພິບັດ ເມືອງສະໜາມໄຊ ແຂວງອັດຕະປື
ໃນຕອນບ່າຍ ຂອງວັນທີ 30 ກໍລະກົດ 2018 ນີ້ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ລົງພົບປະຢ້ຽມຢາມ ເຈົ້າໜ້າທີ່ແຕ່ລະໜ່ວຍງານ ແລະ ປະຊາຊົນ ທີ່ປະສົບໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍມີຄະນະຮັບຜິດຊອບ ສູນບັນຊາການພາກສະໜາມ ໃຫ້ການຕ້ອນຮັບ.
ຄະນະຮັບຜິດຊອບແຕ່ລະໜ້າວຽກ ໃຫ້ການຊ່ວຍເຫຼືອ ແລະ ຊອກຫາຜູ້ຖືກເຄາະຮ້າຍ ກໍ່ໄດ້ລາຍງານຜົນຂອງການປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ສຳລັບວຽກງານ ປ້ອງກັນຄວາມສະຫງົບ ພັທ ໂພໄຊ ສຸລິວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ຜູ້ຊີ້ນຳວຽກງານ ປກສ ຢູ່ພາກສະໜາມ ເມືອງສະໜາມໄຊ ແຂວງອັດຕະປື ພ້ອມດ້ວຍຄະນະ ຮັບຜິດຊອບວຽກງານ ປກສ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ ໂດຍສະເພາະ ແມ່ນການປ້ອງກັນຮັກສາຄວາມປອດໄພ ຕາມຈຸດພັກເຊົາຊົ່ວຄາວຂອງຜູ້ປະສົບໄພ, ການອຳນວຍຄວາມສະດວກທາງດ້ານການສັນຈອນ, ການປ້ອງກັນສຳນັກງານ, ຈຸດທີ່ພັກຂອງໜ່ວຍກູ້ໄພພາກສ່ວນຕ່າງໆ, ຈຸດເກັບມ້ຽນເຄື່ອງບໍລິຈາກຊ່ວຍເຫຼືອ ແລະ ສົມທົບກູ້ໄພຊ່ວຍເຫຼືອຜູ້ຖືກເຄາະຮ້າຍອີກດ້ວຍ.
ໃນໂອກາດດັ່ງກ່າວ ພົຕ ສິນທະວົງ ໄຊຍະກອນ ກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່ ແລະ ໜ່ວຍງານທີ່ຊ່ວຍເຫຼືອທຸກພາກສ່ວນ ທີ່ໄດ້ສຸມໃສ່ປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ແລະ ເນັ້ນໃຫ້ທຸກພາກສ່ວນ ເພີ່ມທະວີແຕ່ລະໜ້າວຽກໃຫ້ມີຜົນສຳເລັດ ພ້ອມດຽວກັນນີ້ ທ່ານລັດຖະມົນຕີກໍ່ໄດ້ພົບປະຢ້ຽມຢາມ ເຈົ້າໜ້າທີ່ປ້ອງກັນຕາມຈຸດຕ່າງໆ, ບັນດາໜ່ວຍກູ້ໄພຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນຜູ້ຖືກເຄາະຮ້າຍ ເພື່ອໃຫ້ກຳລັງໃຈ ແລະ ທ່ານເຊື່ອໜັ້ນວ່າທຸກຄົນຈະຕ້ອງຜ່ານພາວິກິດໃນຄັ້ງນີ້ໄປພ້ອມໆກັນ.