ແກ້ຂ່າວກ່ຽວກັບວ່າ: ມີຄົນບໍ່ດີເຄື່ອນ ໄຫວຈັບເດັກນ້ອຍ ເພື່ອເອົາອາໄວຍະວະ.
ຕໍ່ກັບເຫດການທີ່ພວມເປັນກະແສ ໃນສື່ສັງຄົມອອນລາຍ ກໍລະນີ ວ່າມີກຸ່ມຄົນບໍ່ດີຈຳນວນ 70 ຄົນ ມາຈາກປະເທດເພື່ອນບ້ານ ມາເຄື່ອນໄຫວຈັບເດັກນ້ອຍ ເພື່ອເອົາອາໄວຍະວະ ແລະ ໄດ້ມີແຈ້ງການຂອງນາຍບ້ານ ບ້ານນາພະນັງ ເມືອງບົວລະພາ ແຂວງຄຳມ່ວນ ເພື່ອເຕືອນສະຕິໃຫ້ປະຊາຊົນລະມັດລະວັງຕົວ.
ຕໍ່ກັບເຫດການດັ່ງກ່າວ ພັທ ວົງມາ ໄຊສີຈັນ ຫົວໜ້າກອງບັນຊາການ ປກສ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ໃຫ້ສຳພາດ ວ່າບໍ່ມີມູນຄວາມຈິງ ຄືທີ່ອອກຜ່ານທາງສື່ອອນລາຍແຕ່ຢ່າງໃດ.
(ຟັງສຽງ ພັທ ວົງມາ ໄຊສີຈັນ)
ສ່ວນແຈ້ງການຂອງນາຍບ້ານ ບ້ານນາພະນັງ ແມ່ນເປັນການແຈ້ງການຂອງນາຍບ້ານແທ້, ແຕ່ເມື່ອມາກວດກາແລ້ວເຫັນວ່າຂໍ້ມູນທີ່ທາງ ບ້ານໄດ້ຮັບແຫຼ່ງຂ່າວມານັ້ນ ແມ່ນບໍ່ມີມູນຄວາມຈິງ ແລະ ປະຈຸບັນ ກໍ່ໄດ້ແຈ້ງການຄືນ ເພື່ອບໍ່ໃຫ້ປະຊາຊົນ ມີຄວາມຕື່ນຕົກໃຈກັບຂໍ້ມູນ ແລະ ແຫຼ່ງຂ່າວທີ່ສັງຄົມໄດ້ຮັບ ຈາກສື່ອອນລາຍ, ທີ່ສົ່ງຜົນກະທົບຕໍ່ຄວາມບໍ່ສະຫງົບຂອງສັງຄົມ.
(ຟັງສຽງ ນາຍບ້ານພະນັງ)