ການກອບກູ້ໄພພິບັດທາງອາກາດ ທີ່ເມືອງສະໜາມໄຊແຂວງອັດຕະປື
ເພື່ອເປັນການກອບກູ້ໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທາງພັກ-ລັດຖະບານ ໄດ້ກຳນົດແຜນຈັດຕັ້ງຢ່າງຮີບດ່ວນ ຈັດຕັ້ງກຳລັງທະຫານ, ຕຳຫຼວດ ສຸມໃສ່ໃນການຄົ້ນຫາຜູ້ສູນຫາຍ ແລະ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ໃນນັ້ນກອງທັບອາກາດ ກໍ່ເປັນອີກເລົ່າລົບວິຊາສະເພາະໜຶ່ງ ທີ່ມີຄວາມຮັບຜິດຊອບສູງຕໍ່ການປະຕິບັດງານດັ່ງກ່າວ, ພັທ ຄຳສຸກ ຄຳເລືອງເທບ ຮອງຫົວໜ້າກອງພັນໃຫ່ຍ 703 ກອງທັບອາກາດ ທັງເປັນຜູ້ບັນຊາການບິນພາກສະໜາມ ໄດ້ກ່າວວ່າ:
(ຟັງສຽງ ພັທ ຄຳສຸກ ຄຳເລືອງ)
ບັນດາເລົ່າລົບວິຊາສະເພາະກອງທັບອາກາດທຸກຄົນ ແມ່ນມີຄວາມເອົາໃຈໃສ່ສູງ ໃນການປະຕິບັດໜ້າທີ່ ພັທ ຄຳວັດ ພອນພູວໍໄລ ຫົວໜ້າເສນາກອງພັນນ້ອຍ 302 ກອງທັບອາກາດ ທັງເປັນຜູ້ຂັບເຮືອບິນກູ້ໄພພິບັດນ້ຳຖ້ວມໃນຄັ້ງນີ້ ໄດ້ກ່າວວ່າ:
(ຟັງສຽງ ພັທ ພັທ ຄຳວັດ ພອນພູວໍໄລ