ສູນກາງສະຫະພັນແມ່ຍິງລາວ ລະດົມທຶນ ຊ່ວຍເຫຼືອປະຊາຊົນເມືອງສະໜາມໄຊ ແຂວງອັດຕະປື. ລວມມູນຄ່າ 7 ຮ້ອຍກວ່າລ້ານກີບ
ໃນວັນທີ 7 ສິງຫາ 2018 ນີ້, ປອ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວໄດ້ໃຫ້ສຳພາດວ່າ: ນັບແຕ່ມື້ເກີດອຸທົກກະໄພເຂື່ອນເຊປຽນ- ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແມ່ນໄດ້ບຸກລະດົມເອື້ອຍນ້ອງແມ່ຍິງທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ບໍລິຈາກເຄື່ອງຊ່ວຍເຫຼືອປະເພດຕ່າງໆ ເປັນຕົ້ນແມ່ນ: ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຈຳນວນໜຶ່ງ, ລວມມູນຄ່າ 7 ຮ້ອຍກວ່າລ້ານກີບ ແລະ ໄດ້ນຳໄປມອບໃຫ້ກັບປະຊາຊົນຜູ້ທີ່ຖືກຜົນກະທົບຢູ່ທີ່ເມືອງສະໜາມໄຊ ແຂວງອັດຕະປື.
(ຟັງສຽງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ)