ແຈ້ງການ ວັນທີ 20 ສິງຫາ 2018
ແຈ້ງການ ຄັ້ງວັນທີ 20 ສິງຫາ 2018
ເລື່ອງ: ແຈ້ງເຕືອນໃຫ້ກຽມພ້ອມຮັບມື ແລະ ແກ້ໄຂໄພນ້ຳຖ້ວມຕະຫຼອດເວລາ.
ຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບດັ່ງນີ້. ເນື່ອງຈາກຜົນກະທົບຂອງພາຍຸເບີບິນກາ BEBINCA ໃນໄລຍະວັນທີ 16-18 ສິງຫາ 2018 ທີ່ຜ່ານມາ, ໄດ້ເຮັດໃຫ້ນ້ຳຂອງ ແລະ ບາງ າຂາແມ່ນ້ຳຂອງ ມີລະດັບນ້ຳສູງຂື້ນ ແລະ ປະຈຸບັນຄວາມກົດດັກນອາກາດຕ່ຳ, ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຍັງເຮັດໃຫ້ສະພາບລະດັບນ້ຳຂອງແຕ່ພາກກາງ ຫາ ພາກໃຕ້ ຍັງສືບຕໍ່ຂື້ນຢ່າງ ເນືອງ ໂດຍສະເພາະນະຄອນຫຼວງວຽງຈັນ ຢູ່ເຂດບ້ານຫ້ອມ, ບ້ານນາທາມ, ເມືອງຫາດຊາຍຟອງ ແລະ ເຂດບ້ານໜອງດາ ເມືອງສິໂຄດຕະບອງ ແລະ ແຂວງວຽງຈັນ ຢູ່ເຂດບ້ານແສນດິນ, ບ້ານຕານປຽວ, ບ້ານຫາດສວນ ເມືອງປາກງື່ມ.
ສະນັ້ນ, ຈຶ່ງໃຫ້ອຳນາດການອົງການປົກຄອງທ້ອງຖິ່ນ ແຈ້ງເຕືອນໄປຍັງພໍ່ແມ່ປະຊາຊົນ ທີ່ອາໃສຢູ່ບັນດາແຂວງ ແລະ ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບການເພີ່ມຂື້ນຂອງລະດັບນ້ຳ ສາຍຕ່າງໆ, ຊຶ່ງຈະເຮັດໃຫ້ສືບຕໍ່ມີນ້ຳຖ້ວມຊຸ ແລະ ຖ້ວມອັ່ງ, ຈຶ່ງຂໍໃຫ້ກະກຽມເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງພ້ອມທັງສັດລ້ຽງ ໄປໄວ້ຢູ່ບ່ອນທີ່ສູງ ແລະ ປອດໄພ. ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານສະພາບອາ ກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປົກກະຕິ.