ກວດຄົ້ນລົດ ພົບເຫັນຢາບ້າ 1 ແສນກວ່າເມັດ ແຂວງອຸດົມໄຊ
ໃນທ້າຍອາທິດທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ແຂວງອຸດົມໄຊ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ໄດ້ຕັ້ງຈຸດກວດຄວາມເປັນລະບຽບຮຽບຮ້ອຍ ຢູ່ເສັ້ນທາງລະຫວ່າງ ເມືອງນາໝໍ້ ຫາເມືອງໄຊ ແຂວງອຸດົມໄຊ ແລະ ໄດ້ກວດຄົ້ນລົດກະບະວີໂກ້ ສີປອນເງີນ ໝາຍເລກທະບຽນ ຊຽງຂວາງ ກກ 6818 ຂັບຂີ່ໂດຍ ທ້າວ ເກັງທໍ່ ອາຍຸ 17 ປີ ອາຊີບ ຄ້າຂາຍ ຢູ່ບ້ານຜ່າເມືອງ
ເມືອງບໍລິຄັນແຂວງບໍລິຄຳໄຊ ຜ່ານການກວດຄົ້ນ ພົບເຫັນຢາບ້າ 1 ແສນກວ່າເມັດ ນ້ຳໜັກ 14 ກິໂລກະລາມ, ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ຂັບຂີ່ ແລະ ລົດຄັນດັ່ງກ່າວ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.