ຄະນະຜູ້ແທນຂັ້ນສູງ ພັກກອມມູນິດຈີນ ຢ້ຽມຢາມ ແລະ ເຮັດວຽກງານຢູ່ ສປປ ລາວ
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຕິບັດຕາມແຜນການຮ່ວມມືປະຈຳປີ 2018 ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ, ຄະນະຜູ້ແທນຂັ້ນສູງ ຂອງພັກກອມມູນິດຈີນ ນຳໂດຍສະຫາຍ ຈ້າວເລີ້ຈີ ຄະນະປະຈຳກົມການເມືອງສູນກາງພັກ, ປະທານຄະນະກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 23-26 ກັນຍາ 2018.
ເຊິ່ງຕະຫຼອດໄລຍະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງ ສະຫາຍ ຈ້າວເລີ້ຈີ ພ້ອມຄະນະໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະຢ້ຽມຢາມບັນດາການນຳຂັ້ນສູງຂອງລາວ ຄື: ໃນວັນທີ 24 ກັນຍາ 2018, ສະຫາຍ ຈ້າວເລີ້ຈີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ສຳນັກງານສູນກາງພັກ ເຊິ່ງໃນໂອກາດດັ່ງກ່າວ ສະຫາຍ ບຸນຍັງ ວໍລະຈິດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ເຊິ່ງພວມຢູ່ໃນໄລຍະທີ່ປະຊາຊົນຈີນພວມກຳລັງສະເຫຼີມສະຫຼອງວັນສະຖາປະນາ ສປ ຈີນ ຄົບຮອບ 69 ປີ, ເຊິ່ງການມາຢ້ຽມຢາມຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໜັ້ນຄົງ ຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍ່ຄື ການພົວພັນຮ່ວມມື ລະຫວ່າງ ຄະນະກວດກາສູນກາງພັກ ປປ ລາວ ກັບ ຄະນະກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ໃຫ້ນັບມືນັບແຕກດອກອອກຜົນຍິ່ງໆຂື້ນ, ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈທີ່ກາານນຳຂັ້ນສູງສຸດ ຂອງສອງພັກ ສອງລັດ ລາວ-ຈີນ ໄດ້ຕົກລົງເປັນເອກະພາບກັນ ໃນການເພີ່ມທະວີການພົວພັນຮ່ວມມືຂອງສອງຝ່າຍໃຫ້ກາຍເປັນຄູ່ຮ່ວມຊາຕາກຳ ຢ່າງແທ້ຈິງ ພ້ອມດ້ວຍກັນນີ້ ທ່ານປະທານປະເທດຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນໃຫ່ຍຫຼວງ ແລະ ຮອບດ້ານ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XIX ຂອງພັກກອມມູນິດຈີນກໍຄື ພາລະກິດການສ້າງສາພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດ ແລະ ປະຊາຊົນຈີນ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະໃນວຽກງານກວດກາພັກ-ລັດ, ການຕ້ານການສໍ້ລາດບັງຫຼວງ ແລະ ອື່ນໆ ສະແດງຄວາມເຊື່ອໜັ້ນຕໍ່ການນຳພາອັນສະຫຼາດສ່ອງໃສ ແລະ ໜັກແໜ້ນຂອງພັກກອມມູນິດຈີນ ໃນການກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ພ້ອມນີ້ ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຢືນຢັນຄືນເຖິງຄວາມໝາຍສຳຄັນຂອງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນໂຄງການທີ່ເປັນຂີດໝາຍສຳຄັນຂອງການຮ່ວມມື ລາວ-ຈີນ, ທັງເປັນໂຄງການເຊື່ອມໂຍງລະຫວ່າງປະເທດລາວ ກັບບັນດາປະເທດໃນພາກພື້ນ ແລະ ຈະຮ່ວມກັບຝ່າຍຈີນ, ເພື່ອເຮັດໃຫ້ໂຄງການປອດໃສຂາວສະອາດ; ຝ່າຍລາວສະໜັບສະໜູນຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ຝ່າຍຈີນໄດ້ສະເໜີໃນໄລຍະທີ່ຜ່ານມາ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼື ຕໍ່ພັກ-ລັດ ແລະ ປະຊາຊົນລາວ ມາໂດຍຕະຫຼອດ, ໂດຍສະເພາະແມ່ນການຊ່ວຍເຫຼືອຢ່າງທັນການ ຕໍ່ຜູ້ປະສົບໄພຢູ່ເມືອງສະໝາມໄຊ ແຂວງອັດຕະປື, ພ້ອມທັງໄດ້ຝາກຄຳຢື້ຢາມຖາມຂ່າວເຖິງສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ແລະ ບັນດາສະຫາຍການນຳຂອງຈີນ.
ສະຫາຍ ຈ້າວເລີ້ຈີ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນຍັງ ວໍລະຈິດ ທີ່ໃຫ້ກຽດຕ້ອນຮັບຄະນະ ແລະ ຕີລາຄາສູງຕໍ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ ຕະຫຼອດໄລຍະທີ່ຜ່ານມາ; ຕີລາຄາສູງຕໍ່ການຢ້ຽມຢາມ ສປ ຈີນ ຂອງສະຫາຍ ບຸນຍັງ ວໍລະຈິດ ໃນໄລຍະທ້າຍເດືອນພຶດສະພາ ຫາ ເດືອນມິຖຸນາຜ່ານມາ. ສະຫາຍ ຈ້າວເລີ້ຈີ້ ໄດ້ແຈ້ງຜົນສຳເລັດຂອງການຢ້ຽມຢາມສະຖານທີ່ກໍ່ສ້າງທາງລົດໄຟ ແລະ ການຈັດກອງປະຊຸມລາຍງານກ່ຽວກັບຄວາມຄືບໜ້າໃນການສ້າງເສັ້ນທາງລົດໄຟ ທີ່ປອດໃສຂາວສະອາດ ທີ່ແຂວງຫຼວງພະບາງ ໃຫ້ສະຫາຍ ບຸນຍັງ ວໍລະຈິດ ຮັບຊາບ, ພ້ອມທັງໄດ້ຊີ້ໃຫ້ເຫັນວ່າ ຜ່ານການປະສານສົມທົບກັນຢ່າງໃກ້ຊິດຂອງຄະນະຮັບຜິດຊອບການກໍ່ສ້າງ ໄດ້ເຮັດໃຫ້ການກໍ່ສ້າງດຳເນີນໄປຢ່າງເປັນປົກກະຕິ, ມີຄວາມຄືບໜ້າຫຼາຍສົມຄວນ ແລະ ເຊື່ອໜັ້ນວ່າໂຄງການດັ່ງກ່າວ ຈະດຳເນີນການກໍ່ສ້າງດ້ວຍຄວາມຮັບຜິດຊອບສູງ, ມີຄວາມໂປ່ງໃສ ແລະ ຈະສຳເລັດຕາມກຳນົດ. ສຳລັບການພົວພັນຮ່ວມມືລະຫວ່າງ ຄະນະກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກວດກາສູນກາງພັກ ສປປ ລາວ ໄດ້ມີຜົນສຳເລັດໃຫມ່ຫຼາຍດ້ານ, ເຊິ່ງໃນຕໍ່ໜ້າ ສອງຝ່າຍຈະໄດ້ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ແລກປ່ຽນບົດຮຽນນຳກັນ ໃນວຽກງານກວດກາພັກ-ລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
ໃນວັນດຽວກັນ, ສະຫາຍ ຈ້າວເລີ້ຈີ້ ພ້ອມຄະນະ ຍັງໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດຈາກການນຳຂັ້ນສູງຂອງສອງພັກ ສອງລັດ ລາວ-ຈີນ, ທັງໄດ້ແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ໃນການສືບຕໍ່ເຮັດໃຫ້ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.
ຈາກນັ້ນໃນວັນທີ 25 ກັນຍາ 2018 ສະຫາຍ ຈ້າວເລີ້ຈີ້ ພ້ອມຄະນະໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສຳນັກງານນາຍົກລັດຖະມົນຕີ, ເຊິ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ລວມທັງໄດ້ຕີລາຄາ ກ່ຽວກັບຜົນສຳເລັດແຫ່ງການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ຂອງສອງຝ່າຍ ແລະ ເປັນເອກະພາບຈະພ້ອມກັນເຮັດໃຫ້ການຮ່ວມມືດ້ານຕ່າງໆຂອງສອງປະເທດ ນັບມື້ມີປະສິດທິຜົນຕົວຈິງ.
ສະຫາຍ ຈ້າວເລີ້ຈີ້ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບ ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນການພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກວດກາສູນກາງພັກ ທີ່ສຳນັກງານສູນກາງພັກ, ເຊິ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງພັກ, ລັດ ສອງປະເທດ, ໂດຍສະເພາະແມ່ນຜົນສຳເລັດ ແລະ ບົດຮຽນໃນການກວດກາພັກ-ລັດ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງໃນການຮ່ວມມື ລະຫວ່າງສອງພັກ ກໍຄື ສອງຄະນະກວດກາສູນກາງພັກ-ລັດ ລາວ-ຈີນ ໃນຕໍ່ໜ້າ. ພາຍຫຼັງການພົບປະ, ສະຫາຍ ບຸນທອງ ຈິດມະນີ ແລະ ສະຫາຍ ຈ້າວເລີ້ຈີ້ ຍັງໄດ້ເປັນສັກຂີພິຍານໃນພິທີເຊັນເອກະສານການຮ່ວມມືຈຳນວນໜຶ່ງ.
ນອກນີ້, ສະຫາຍ ຈ້າວເລີ້ຈີ້ ຍັງໄດ້ເປັນປະທານຮ່ວມກັບ ສະຫາຍ ບຸນທອງ ຈິດມະນີ ໃນກອງປະຊຸມລາຍງານການຈັດຕັ້ງປະຕິບັດໂຄງການສ້າງຄວາມປອດໃສຂາວສະອາດ ໃຫ້ແກ່ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ແຂວງຫຼວງພະບາງ, ໂດຍມີ ການນຳຂອງສອງຝ່າຍ ຈາກຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ, ຄະນະຮັບຜິດຊອບຄຸ້ມຄອງກໍ່ສ້າງ ແລະ ວິສາຫະກິດທີ່ດຳເນີນການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ບັນດາການນຳຂອງບັນດາການນຳຂອງບັນດາແຂວງຂອງລາວທີ່ມີເສັ້ນທາງລົດໄຟຜ່ານ ເຂົ້າຮ່ວມ. ພ້ອມທັງ ໄດ້ຢ້ຽມຢາມໂຮງຮຽນພອນໄຊ ທີ່ໄດ້ຮັບການຊ່ວຍເຫຼືອກໍ່ສ້າງ ໂດຍມູນນິທິຈີນ ເພື່ອສັນຕິພາບ ແລະ ການພັດທະນາ, ໄດ້ຢ້ຽມຢາມພຶ້ນຖານດ້ານປະຫວັດສາດ ແລະ ວັດທະນະທຳຈຳນວນໜຶ່ງ ຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ.