ກອງປະຊຸມໃຫ່ຍຂອງສະຫະພັນນັກຮົບເກົ່າ ອາຊຽນ ຄັ້ງທີ່ 18
ກອງປະຊຸມໃຫ່ຍຂອງສະຫະພັນນັກຮົບເກົ່າອາຊຽນ ຄັ້ງທີ່ 18 ໄດ້ຈັດຂື້ນໃນວັນທີ່ 11 ທັນວາ 2018 ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ມີຄະນະຜູ້ແທນຈາກບັນດາສະຫະພັນນັກຮົບເກົ່າ 10 ປະເທດອາຊຽນເຂົ້າຮ່ວມ.
ພົຈວ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄດ້ກ່າວວ່າ: ກອງປະຊຸມໃຫ່ຍສະຫະພັນນັກຮົບເກົ່າອາຊຽນຄັ້ງທີ່ 18 ບັນດາສະຫະພັນນັກຮົບເກົ່າ 10 ປະເທດ ອາຊຽນ ໄດ້ພ້ອມກັນຄົ້ນຄ້ວາ ປືກສາຫາລືທົບທວນຄືນ ກ່ຽວກັບບັນດາໜ້າວຽກທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາເປັນຕົ້ນແມ່ນການສຸມໃສ່ຂອງພາກພື້ນອາຊຽນໃນການຕອບຕ້ານຄືນໄພຂົ່ມຂູ່ຈາກບັນຫາການກໍ່ການຮ້າຍ,ການຊຸກຍູ້ຊວ່ຍເຫຼືອ ແລະ ການພື້ນຟູໄພພິບັດທາງທຳມະຊາດຄວາມໝັ້ນຄົງທາງລະບົບຄອມພີວເຕີ,ການເຄື່ອນຍ້າຍພົນລະເມືອງຜິດກົດໝາຍ ແລະ ບັນຫາລະເບີດທີ່ຍັງບໍ່ທັນແຕກ,ທີ່ຍັງຄ້າງ ຢູ່ເປັນຈຳນວນ ຫຼວງຫຼາຍທີ່ເປັນໄພຂົ່ມຂູ່ຮ້າຍແຮງໃຫ້ແກ່ຊີວິດ ແລະ ຊັບສີນຂອງປະຊາຊົນທັງເປັນການກົດໜ່ວງທ່ວງດືງ,ການພັດທະນາເສດຖະກິດ-ສັງຄົມຂອງປະເທດກອງປະຊຸມໃນຄັ້ງ ນີ້ບັນດາຜູ້ແທນ ຈາກປະເທດ ອາຊຽນໄດ້ພ້ອມກັນຄົ້ນຄ້ວາວາງທິດທາງແຜນການທີ່ຈະຕ້ອງໄດ້ຮ່ວມມືກັນສຸມໃສ່ໃນຕໍ່ໜ້າໂດຍສະເພາະກໍ່ແມ່ນການສ້າງພາກພື້ນອາຊຽນໃຫ້ເປັນພາກພື້ນທີ່ມີແຕ່ສັນຕິພາບ,ສ້າງຄວາມສະຫງົບ ແລະ ຄວາມຢູ່ດີກີນດີຂອງປະຊາຊົນອາຊຽນໄດ້ຮັບການພັດຖະນາຢ່າງບໍ່ຢຸດຢັ້ງ