ກັກຜູ້ຕ້ອງຫາພ້ອມຂອງກາງຢາບ້າ 3 ກິໂລກຼາມ
ໃນວັນທີ່ 14 ກຸມພາ 2019 ນີ້ ສານປະຊາຊົນແຂວງຫົວພັນ ຕັດສີນຄະດີຄ້າຂາຍ ແລະ ມີສານເສບຕິດໄວ້ຄອບຄອງ(ປະເພດຢາບ້າ) ຈຳນວນ 2 ຄົນຄື: ທ້າວ ໄທຫວ່າງ ອາຍຸ 34 ປີ ປະຊາຊົນ ບ້ານຢ່າຈັດ ເມືອງຮຽັມ ແຂວງ ຫົວພັນ ຖືກກັກຕົວໃນວັນທີ 26 ເມສາ 2017 ໃນຂໍ້ຫາສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ ແລະ ນາງ ຈັນທາ ຫຼື ນູຫວ່າງ ອາຍຸ 30 ປີ ປະຊາຊົນບ້ານນ້ຳບົງ ເມືອງຊຳໃຕ້ ແຂວງຫົວພັນ ຖືກກັກຕົວໃນວັນທີ 21 ທັນວາ 2017 ໃນຂໍ້ຫາສຸມຮູ້ຮ່ວມຄິດ ຄ້າ-ຂາຍ ມີຢາເສບຕິດໄວ້ຄອບຄອງ ພ້ອມຂອງກາງຢາບ້າຈຳນວນ 3 ກິໂລກຼາມ.