ສຳເລັດການຕ້ອນຮັບ ແລະ ພົບປະ ລະຫວ່າງ ການນຳຂັ້ນສູງສຸດ ຂອງ ລາວ ແລະ ຫວຽດນາມ
ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019.
ໃນໄລຍະຢ້ຽມຢາມ, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ພົບປະແລກປ່ຽນຄຳຄິດເຫັນກັບ ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ສະຫາຍ ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ປະທານຄະນະກຳມະທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ – ຫວຽດນາມ ຂັ້ນສູນກາງ ແລະ ຢ້ຽມຢາມບັນດາອະດີດການນໍາ ພັກ-ລັດ ລາວຈໍານວນໜຶ່ງ; ຢ້ຽມຢາມ ແລະ ກວດກາຄວາມຄືບໜ້າຂອງໂຄງການປຸກສ້າງຫໍສະພາແຫ່ງຊາດລາວ, ເຊິ່ງເປັນຂອງຂວັນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ; ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ, ຕາງໜ້າບັນດາວິສາຫະກິດ ແລະ ຊາວຫວຽດນາມ ທີ່ກໍາລັງດໍາລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ລາວ ແລະ ຢ້ຽມຢາມພື້ນຖານວັດທະນະທໍາຈໍານວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ.
ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ທິດທາງ, ໜ້າທີ່ຈຸດສຸມໃນຕໍ່ໜ້າ; ແລກປ່ຽນຄຳຄິດເຫັນກ່ຽວກັບແຜນນະໂຍບາຍ, ມາດຕະການ ເພື່ອສືບຕໍ່ເຮັດໃຫ້ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງກວ້າງ ແລະ ລວງເລິກ, ມີປະສິດທິຜົນ ໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນການປະຕິບັດແນວທາງການປ່ຽນແປງໃໝ່ຂອງແຕ່ລະພັກຢ່າງມີໄຊ; ພ້ອມກັນນັ້ນ, ໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍຕ່າງມີຄວາມສົນໃຈ.
ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍບັນດາການນຳຂັ້ນສູງຂອງ ລາວ ແລະ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນໄລຍະ 30 ກວ່າປີ ແຫ່ງການປ່ຽນແປງໃໝ່ຂອງແຕ່ລະປະເທດ ແລະ ບັນດາຜົນສຳເລັດທີ່ສຳຄັນໃນໄລຍະ 3 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ, ພາລະກິດການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢູ່ລາວ ແລະ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ຍົກສູງຖານະບົດບາດຂອງສອງປະເທດ ຢູ່ໃນພາກພື້ນ ແລະ ໃນໂລກ ຢ່າງບໍ່ຢຸດຢັ້ງ.
ສອງຝ່າຍໄດ້ຢັ້ງຢືນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍແມ່ນ ປະທານ ໂຮ່ຈີມີນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ໄດ້ກໍ່ຕັ້ງຂຶ້ນ ແລະ ບັນດາການນຳຮຸ່ນຕ່າງໆຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ ໄດ້ກາຍເປັນມໍລະດົກອັນລໍ້າຄ່າລວມຂອງສອງພັກ, ສອງຊາດ, ເປັນປັດໃຈຮັບປະກັນໃຫ້ແກ່ການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ. ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ມີໜ້າທີ່ ຄວາມຮັບຜິດຊອບພ້ອມກັນປົກປັກຮັກສາ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງອັນໃໝ່. ພ້ອມດຽວກັນ, ສອງຝ່າຍ ຢືນຢັນວ່າ ລາວ ແລະ ຫວຽດນາມ ຈະເດີນຕາມເສັ້ນທາງແຫ່ງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ມີສັນຕິພາບ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.
ພ້ອມທັງໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນໃຫຍ່ ຫລວງ, ລ້ຳຄ່າ, ໝົດຈິດໝົດໃຈ, ບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນ ຊຶ່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ມີໃຫ້ແກ່ກັນ ແລະ ກັນ ຕະຫຼອດໄລຍະທີ່ຜ່ານມາທັງໃນໄລຍະແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດໃນ ເມື່ອກ່ອນ ກໍ່ຄືໃນພາລະກິດປ່ຽນແປງໃໝ່ ແຫ່ງການສ້າງສາ ແລະ ພັດທະ ນາ ປະເທດຊາດໃນປັດຈຸບັນ.
ສອງຝ່າຍຍັງໄດ້ເປັນເອກະພາບກັນສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດບັນດາຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ, ສອງປະເທດ, ບັນດາຖະແຫຼງການຮ່ວມ ລາວ-ຫວຽດນາມ ໃນໂອກາດການຢ້ຽມຖາມສັນຖະວະໄມຕີຢ່າງເປັນທາງການຂອງການນໍາຂັ້ນສູງສອງພັກ, ສອງລັດ ໃນໄລຍະມໍ່ໆມານີ້ ບົນພື້ນຖານແຫ່ງການເສີມຂະຫຍາຍຈິດໃຈແຫ່ງຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສົມທົບຢ່າງກົມກຽວລະຫວ່າງລັກສະນະພິເສດຂອງການພົວພັນ ລາວ-ຫວຽດນາມ ກັບປະເພນີສາກົນ, ໃຫ້ບູລິມະສິດການຜ່ອນຜັນແກ່ກັນ ແລະ ກັນ, ຊ່ວຍໜູນ ແລະ ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ກັນເພື່ອພ້ອມກັນພັດທະນາ ເພື່ອຄວາມສົມບູນພູນສຸກຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນອາຊີຕາເວັນອອກສຽງໃຕ້ ແລະ ໃນໂລກ.
ສອງຝ່າຍໄດ້ ເຫັນດີເປັນເອກະພາບກັນໃນການເພີ່ມທະວີ ແລະ ສືບຕໍ່ນໍາເອົາການພົວພັນທາງດ້ານການເມືອງກ້າວເຂົ້າສູ່ລວງເລິກ, ກໍານົດທິດທາງໃຫ້ແກ່ການພົວພັນຮ່ວມມືລວມຂອງສອງປະເທດ; ຍົກສູງປະສິດທິຜົນການຮ່ວມມື ລະຫວ່າງບັນດາຄະນະຂອງສູນກາງພັກ, ບັນດາກະຊວງ, ຂະແໜງການຂອງລັດຖະບານ, ບັນດາກໍາມາທິການຂອງສະພາແຫ່ງຊາດ, ແນວໂຮມ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງປະຊາຊົນ ແລະ ບັນດາທ້ອງຖິ່ນຂອງສອງປະເທດ; ລົງເລິກການແລກປ່ຽນທາງດ້ານທິດສະດີ-ພຶດຕິກໍາ, ແລກປ່ຽນບົດຮຽນໃນວຽກງານກໍ່ສ້າງພັກ, ຖືສໍາຄັນການກໍ່ສ້າງ, ບໍາລຸງພະນັກງານການນໍາ, ຄຸ້ມຄອງແຕ່ລະຂັ້ນ; ກໍ່ສ້າງລະບົບການເມືອງໃຫ້ກະທັດຮັດ, ມີປະສິດທິພາບ, ປະສິດທິຜົນ; ພັດທະນາເສດຖະກິດ-ສັງຄົມ, ການເປີດກວ້າງວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ; ຍູ້ແຮງການໂຄສະນາສຶກສາກ່ຽວກັບມູນເຊື້ອການພົວພັນພິເສດ ລາວ-ຫວຽດນາມ ໃຫ້ບັນດາຊັ້ນຄົນຕ່າງໆ, ໂດຍສະເພາະແມ່ນ ຄົນຮຸ່ນໜຸ່ມຂອງສອງປະເທດ; ຈັດຕັ້ງຜັນຂະຫຍາຍແຜນແມ່ບົດນໍາເອົາບັນດາເນື້ອໃນປະຫວັດສາດແຫ່ງການພົວພັນພິເສດ ລາວ-ຫວຽດນາມ ເຂົ້າໃນຫຼັກສູດການສິດສອນຢູ່ສະຖາບັນການສຶກສາຂອງສອງປະເທດ; ສືບຕໍ່ປະສານສົມທົບກໍ່ສ້າງບັນດາໂຄງການ ແລະ ບູລະນະບັນດາຮ່ອງຮອຍທາງປະຫວັດສາດ ກ່ຽວກັບການພົວພັນພິເສດ ລາວ-ຫວຽດນາມ ຢູ່ແຕ່ລະປະເທດ; ປະສານສົມທົບຈັດຕັ້ງການສະເຫຼີມສະຫຼອງບັນດາເຫດການວັນສໍາຄັນຕ່າງໆຂອງສອງພັກ, ສອງລັດ ເປັນຢ່າງດີ.
ສອງຝ່າຍ ເປັນເອກະພາບຊຸກຍູ້ຢ່າງແຂງແຮງ, ຍົກສູງປະສິດທິຜົນຂອງການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ບົນພື້ນຖານການເສີມຂະຫຍາຍທ່າແຮງບົ່ມຊ້ອນ ຂອງແຕ່ລະປະເທດ; ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສົນທິສັນ ຍາການຮ່ວມມື ລະຫວ່າງສອງລັດຖະບານ ແລະ ບັນດາໂຄງການ, ແຜນການຮ່ວມມື ລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ເຈລະຈາລົງນາມເຊັນບັນດາສັນຍາ/ຂໍ້ຕົກລົງ ສະບັບໃໝ່ ແລະ ສືບຕໍ່ປັບປຸງ, ເພີ່ມຕື່ມບາງສັນຍາ/ຂໍ້ຕົກລົງ ຈໍານວນໜຶ່ງເພື່ອສ້າງເງື່ອນໄຂດ້ານນິຕິກໍາອັນສະດວກໃນການຮ່ວມມືໃນຂົງເຂດຕ່າງໆ ແລະ ໃຫ້ບູລິມະສິດໃນການເພີ່ມທະວີການເຊື່ອມຕໍ່, ການຊ່ວຍໜຸນ ລະຫວ່າງພື້ນຖານເສດຖະກິດຂອງສອງປະເທດ, ໂດຍສະເພາະແມ່ນ ການເຊື່ອມຕໍ່ທາງຄົມມະນາຄົມຂົນສົ່ງ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ ແລະ ການທ່ອງທ່ຽວ ຫວຽດນາມ ຈະສ້າງທຸກເງື່ອນໄຂທີ່ອໍານວຍຄວາມສະດວກທຸກຢ່າງໃຫ້ແກ່ ລາວ ເພື່ອສົ່ງອອກ ແລະ ນໍາເຂົ້າສິນຄ້າໂດຍຜ່ານບັນດາທ່າກໍາປັ່ນຂອງ ຫວຽດນາມ. ພ້ອມທັງ ມີບັນດາມາດຕະການອັນລະອຽດເພື່ອຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ລາວ; ສືບຕໍ່ຍົກສູງຄຸນນະພາບການຮ່ວມມືທາງດ້ານການສຶກສາ, ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ໃນນັ້ນ ຖືສໍາຄັນການກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ.
ສອງຝ່າຍຈະສືບຕໍ່ສ້າງເງື່ອນໄຂທີ່ອໍານວຍຄວາມສະດວກໃຫ້ແກ່ຊາວຫວຽດນາມ ຢູ່ລາວ ແລະ ຊາວລາວ ຢູ່ຫວຽດນາມ ໃນການດໍາລົງຊີວິດ, ທຳມາຫາກິນ, ສຶກສາຮໍ່າຮຽນຢູ່ແຕ່ລະປະເທດ ໂດຍສອດຄ່ອງກັບລະບຽບກົດໝາຍຂອງແຕ່ລະປະເທດ ແລະ ປະເພນີສາກົນ. ຫວຽດນາມ ສະແດງຄວາມຂອບໃຈຕໍ່ ລາວ ທີ່ໃຫ້ຄວາມສໍາຄັນການປະກອບສ່ວນທີ່ຕັ້ງໜ້າຂອງ ຊາວຫວຽດນາມ ເຂົ້າໃນພາລະກິດການປົກປັກຮັກສາ ແລະ ພັດທະນາປະເທດລາວ.
ພ້ອມທັງ ເນັ້ນໜັກເຖິງຄວາມສໍາຄັນ ແລະ ເຫັນດີເປັນເອກະພາບກັນໃນການເພີ່ມທະວີການຮ່ວມມືທີ່ເປັນເສົາຫຼັກໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອແນໃສ່ຮັບປະກັນສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບດ້ານສັງຄົມຢູ່ແຕ່ລະປະເທດ; ຈັດຕັ້ງປະຕິບັດບັນດາອານຸສັນຍາ ແລະ ແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ; ຜັນຂະຫຍາຍສັນຍາວ່າດ້ວຍກົດລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນ; ອານຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນຢ່າງມີປະສິດທິຜົນ; ສູ້ຊົນແກ້ໄຂບັນຫາການເຄື່ອນຍ້າຍພູມລໍາເນົາຕາມລໍາພັງໃຈ ແລະ ການແຕ່ງງານບໍ່ຖືກຕ້ອງຕາມກົດໝາຍ ຢູ່ບໍລິເວນຊາຍແດນຂອງສອງປະເທດໃຫ້ສໍາເລັດໂດຍໄວ; ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ; ຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດປະເພດຕ່າງໆ, ການຄ້າຂາຍເຖື່ອນ, ຂົນສົ່ງສິ່ງເສບຕິດ; ສືບຕໍ່ອອກແຮງປະສານສົມທົບໃນການຊອກຄົ້ນຫາ ແລະ ຈັດສົ່ງອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ ລາວ ກັບຄືນປະເທດ.
ສອງຝ່າຍ ໄດ້ເປັນເອກະພາບກັນແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະໜັບສະໜຸນເຊິ່ງກັນ ແລະ ກັນໃນບັນຫາພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນ ໃນຂອບການຮ່ວມມືອາຊຽນ, ອົງການສະຫະປະຊາຊາດ ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ; ເພີ່ມທະວີການປະສານສົມທົບກັບກໍາປູເຈຍ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ລະຫວ່າງສາມນາຍົກລັດຖະມົນຕີ ກ່ຽວກັບເຂດສາມຫຼ່ຽມພັດທະນາ ລາວ-ຫວຽດນາມ-ກໍາປູເຈຍ.
ຫວຽດນາມ ຍັງໄດ້ສະແດງຄວາມຂອບໃຈທີ່ ລາວ ສະໜັບສະໜູນ ຫວຽດນາມ ລົງສະໝັກເຂົ້າເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສະໄໝ 2020-2021 ແລະ ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2020 ໃຫ້ມີຜົນສໍາເລັດອັນຈົບງາມ.
ໄດ້ເຫັນດີເປັນເອກະພາບກັນສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ຮ່ວມກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເພື່ອຄຸ້ມຄອງ, ຕິດຕາມ, ກວດກາຜົນກະທົບຮອບດ້ານຂອງການນຳໃຊ້ແມ່ນ້ຳຂອງໃຫ້ມີຄວາມປອດໄພ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ມີປະສິດທິຜົນ, ຮັບປະກັນຜົນປະໂຫຍດຂອງບັນດາປະເທດໃນຂົງເຂດລຽບແມ່ນໍ້າຂອງຢ່າງກົມກຽວ; ປະສານສົມທົບນໍາກັນຢ່າງແໜ້ນແຟ້ນໃນຂອບຄະນະກໍາມະການແມ່ນໍ້າຂອງສາກົນ ແລະ ໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ.
ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ ຍັງໄດ້ເປັນສັກຂີພິຍານໃນການເຊັນເອກະສານການຮ່ວມມື ລະຫວ່າງສອງປະເທດ ຈໍານວນ 09 ສະບັບ, ໃນນັ້ນມີ ສັນຍາວ່າດ້ວຍການຮ່ວມມືດ້ານການເງິນ, ສັນຍາວ່າດ້ວຍການຮ່ວມມືດ້ານການພັດທະນາ ໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່; ບົດບັນທຶກສັນຍາວ່າດວ້ຍການກໍ່ສ້າງ ແລະ ນຳໃຊ້ ເສັ້ນທາງລົດໄຟ ຫວຸ້ງອ້າງ-ວຽງຈັນ ແລະ ບົດບັນທຶກ, ຂໍ້ຕົກລົງຈຳນວນໜຶ່ງກ່ຽວກັບ ການຮ່ວມມືລະຫວ່າງກະຊວງ, ຂະແໜງການຂອງສອງປະເທດ.
ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມ ແລະ ມີຄວາມໝາຍທາງປະຫວັດສາດການຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນຟູ້ຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງເປັນການປະກອບສ່ວນເຂົ້າໃນ ການນໍາເອົາສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ ຍັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນລາວ, ຂອບໃຈ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການນໍາຂັ້ນສູງພັກ, ລັດລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ ແລະ ເຕັມໄປດ້ວຍຄວາມຮັກແພງຖານສະຫາຍອ້າຍນ້ອງ, ເຊິ່ງສະແດງເຖິງຄວາມມີຊີວິດຊີວາແຫ່ງສາຍພົວພັນຄວາມສາມັກຄີ, ຄວາມສະໜິດແໜ້ນ, ບໍລິສຸດຜຸດຜ່ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ເຊື້ອເຊີນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດລາວ ໄປຢ້ຽມຢາມ ຫວຽດນາມ. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການນຳຂັ້ນສູງຂອງ ພັກ, ລັດ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕອບຮັບຄຳເຊີນດ້ວຍຄວາມຍິນດີ, ສ່ວນວັນເວລາຂອງການຢ້ຽມຢາມຈະແຈ້ງຜ່ານທາງການທູດ.