ກອງປະຊຸມອານຸກຳມະການກຽມສະເຫຼີມ ສະຫຼອງວັນສ້າງຕັ້ງກຳລັງ ປກສ
ກອງປະຊຸມອານຸກຳມະການກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນຄົບຮອບ 58 ປີ ໄດ້ຈັດໃນວັນທີ 12 ມີນາ ນີ້ ທີກະຊວງປ້ອງກັນຄວາມສະຫງົບ ໂດຍການເປັນກຽດເຂົ້າຮ່ວມຂອງ ພົຈວ ອາລູ ວາລີຊື ຄະນະພັກກະຊວງ ຫົວໜ້າກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ, ມີຄະນະຮັບຜິດຊອບຊີ້ນຳລວມ, ບັນດາອານຸກຳມະການ ກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.
ພັອ ບຸນຖະໝອມ ສຸກກະເສີມ ຫົວໜ້າກົມໂຄສະນາອົບຮົມ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ບັນດາອານຸກຳມະການ ເພື່ອກຽມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ໃນນີ້ມີອານຸກຳມະການເນື້ອໃນ, ອານຸກຳມະການຂະບວນການ,ອານຸກຳມະການປ້ອງກັນ, ອານຸກຳມະການພິທີການ ແລະ ອານຸກຳມະການເສດຖະກິດ ທັງນີ້ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ຄື ວັນທີ 5 ເມສາ 1961-5 ເມສາ 2019 ເຕັມໄປດ້ວຍເນືອໃນ ຄວາມໝາຍເລີກເຊີ່ງ ແລະ ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ. ໂອກາດດັງກ່າວບັນດາອານຸກຳມະການແຕ່ລະດ້ານໄດ້ພ້ອມກັນປະກອບຄຳຄິດຄຳເຫັນຖອດຖອນບົດຮຽນເຊີງກັນແລະກັນໃນດ້ານຕ່າງໆເພື່ອຮັບປະກັນໃຫ້ການສະເຫຼີມສະຫຼອງມີຜົນສຳເລັດ, ເພື່ອແນໃສ່ເຮັດໃຫ້ພະນັກງານ ທະຫານຕຳຫຼວດ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຮັບຮູ້, ເຊື່ອມຊືມຢ່າງເລີກເຊີງ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດຂອງຊາດ, ນ້ຳໃຈເດັດດ່ຽວຕໍ່ສູ້ຢ່າງອົງອາດກ້າຫານກໍ່ຄືຜົນງານໄຊຊະນະອັນໃຫ່ຍຫຼວງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວທີ່ຍາດມາໄດ້ຕະຫຼອດໄລຍະ 58 ປີ ຜ່ານມາເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.