ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງສັນຕິບານ ຄົບຮອບ 56 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳລັງສັນຕິບານ ຄົບຮອບ 56 ປີ ໄດ້ຈັດໃນວັນທີ 13 ມີນາ ນີ້ ທີ່ກະຊວງປ້ອງກັນຄວາມສະຫງົບ ໂດຍການເປັນກຽດເຂົ້າຮ່ວມຂອງ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະກົມ, ພະນັກງານປະຕິວັດອາວຸໂສບຳນານ, ແຂກຖືກເຊີນ, ພະນັກງານຫຼັກແຫຼ່ງທົ່ວກຳລັງສັນຕິບານເຂົ້າຮ່ວມ.
ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫ່ຍສັນຕິບານ ໄດ້ກ່າວວ່າ: ວັນທີ 13 ມີນາ 1963 ເປັນວັນທີ່ມີຄວາມໝາຍສຳຄັນທີ່ສຸດສຳລັບສະມາຊິກ, ນາຍ ແລະ ພົນຕຳຫຼວດໃນກຳລັງສັນຕິບານທົ່ວປະເທດ ເພາະວ່າກຳລັງສັນຕິບານແມ່ນກຳລັງທີ່ໄວ້ເນື້ອເຊື່ອໃຈຂອງພັກ, ເປັນກຳລັງທີ່ເຮັດໜ້າທີ່ປ້ອງກັນການນຳພັກ ແລະ ລັດ ຮັບປະກັນຄວາມໜັ້ນຄົງຂອງຊາດ, ສະກັດກັ້ນຕໍ່ຕ້ານທຸກເລ່ຫຼ່ຽມກົນອຸບາຍຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພ, ແບ່ງແຍກສ້າງຄວາມປັ່ນປ່ວນກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ກຳລັງສັນຕິບານນັບແຕ່ມື້ສ້າງຕັ້ງຂື້ນໄດ້ເປັນເຈົ້າການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບທາງການເມືອງ ປະກອບສ່ວນອັນໃຫ່ຍຫຼວງໃນພາລະກິດປົດປ່ອຍຊາດດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະເຊີນໜ້າໂດຍກົງກັບບັນດາອິດທິກຳລັງປໍລະປັກ, ໃນທຸກສະຖານທີ່, ທຸກເວລາ, ເປັນກຳລັງທີ່ໃກ້ຊິດຕິດແທດ ແລະ ຈົ່ງຮັກພັກດີຕໍ່ຊາດຕໍ່ປະຊາຊົນບັນດາເຜົ່າ ແລະ ເປັນກຳລັງທີ່ໄດ້ຮັບການຊີ້ນຳ-ນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງເພື່ອຄວາມສະຫງົບສຸກຂອງປະຊາຊົນບັນດາເຜົ່າຕະຫຼອດມາ. ກຳລັງສັນຕິບານ ມີພາລະບົດບາດ ໜ້າທີ່ເປັນເສນາທິການໃຫ້ກະຊວງປ້ອງກັນຄວາມສະຫງົບ ກຳແໜ້ນສອງໜ້າທີ່ຍຸດທະສາດຂອງພັກ, ກຳລັງສັນຕິບານໄດ້ພ້ອມກັບປະຊາຊົນບັນດາເຜົ່າດຳເນີນພາລະກິດປະຕິວັດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເປັນກຳລັງຫຼັກແຫຼ່ງໃນການຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຕາມ 4 ຄາດໝາຍ 4 ເນື້ອໃນຂອງພັກວາງອອກ ປະກອບສ່ວນເຮັດໃຫ້ສະພາບຢູ່ຮາກຖານໄດ້ມີຄວາມສະຫງົບ ປະເທດຊາດໄດ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ອັນໄດ້ສ້າງເງື່ອນໄຂເອື້ອອຳນວຍຄວາມສະຫງົບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ກຳລັງສັນຕິບານໄດ້ສືບຕໍ່ປັບປຸງຕົນເອງ,ສ້າງກຳລັງໃຫ້ມີຄວາມປອດໃສ, ກາຍເປຫຫນກຳລັງໄວ້ເນື້ອເຊື່ຶອໃຈຂອງພັກ ແລະ ຂອງປະຊາຊົນລາວບັນດາເຜົ່າ, ເຄື່ອນໄຫວເຮັດໜ້າທີ່ປ້ອງກັນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກຳລັງປະຕິວັດ ແລະ ທັງຂົນຂວາຍກໍ່ສ້າງຮາກຖານການເມືອງຢ່າງຮອບດ້ານ.