ຮອງປະທານປະເທດເນັ້ນໜັກສາມວຽກ ໃຫ້ຄະນະພັກ,ຄະນະອຳນວຍການ ໂຮງຮຽນວັດທະນາທຳຊົນເຜົ່າເດັກກຳພ້າຫຼັກ 67
ປະລິນຍາເອກ ພັນຄຳ ວິລາວັນ ກຳມະການກົມການເມືອງສູນກາງພັກດ ຜູ້ປະຈຳການ ຄະນະເລຂາສູນກາງພັກ ຮອງປະທານປະເທດ, ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ຄະນະອຳນວຍການໂຮງຮຽນ ວັດທະທຳຊົນເຜົ່າເດັກກຳພ້າຫຼັກ 67 ບ້ານນ້ຳແຈ້ງເມືອງໂພນໂຮງຮຽນ ແຂວງວຽງຈັນ ໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ທ່ານໄດ້ລົງຢ້ຽມຢາມ ພົບປະ ແລະ ປູກຕົ້ນໄມ້ຢູ່ໂຮງຮຽນດັ່ງກ່າວໂດຍອິງໃສ່ພາລະບົດບາດ, ຄວາມໝາຍຄວາມສຳຄັນ ຂອງການພັດທະນາການສືກສາ ໂຮງຮຽນວັດທະນາທຳຊົນເຜົ່າ ເດັກກຳພ້າຫຼັກ 67 ມີຄວາມຈຳເປັນຕ້ອງໄດ້ເພີມທະວີ ພັດທະນາຄຸນນະພາບຂອງໂຮງຮຽນໃຫ້ດີກ່ວາເກົ່າ ແລະ ມີຄຸນນະພາບ, ຄະນະພັກ, ຄະນະອຳນວຍການຕ້ອງສຸໃສ່ສາມວຽກສຳຄັນເປັນຕົ້ນການຮຽນ-ການສອນຕ້ອງມີຄຸນນະພາບ, ມີຄຸນສົມບັດ ແລະ ມີຊິວິດການເປັນຢູ່ທີ່ດີ.