ກັກຕົວຜູ້ຕ້ອງຫາໃນຄະດີຄາດຕະກຳ
ໃນວັນທີ 27 ພຶດສະພາ 2019 ເຈົ້າໜ້າທີຕຳຫຼວດ ປກສ ແຂວງຈຳປາສັກ, ໄດ້ກັກຕົວ ທ້າວ ຄຳພູມີ ຫຼື ຕຸ ອາຍຸ 24 ປີ ຢູ່ບ້ານທ່າຫຼວງ ນະຄອນປາກເຊ ແຂວງຈຳປາສັກ ໃນຂໍ້ຫາຄາດຕະກຳ ທ້າວ ມຸກສະຫວັນ ຫຼື ເຈຍ ອາຍຸ 30 ປີ ເຊີ່ງຢູ່ບ້ານດຽວກັນ.
ຜ່ານສອບສວນຂອງເຈົ້າໜ້າທີຕຳຫຼວດ ທ້າວ ຄຳພູມີ ຫຼື ຕຸ ໃຫ້ການຕໍ່ເຈົ້າໜ້າທີຕຳຫຼວດວ່າ: ໃນວັນທີ 21 ມັງກອນ 2019 ຕົນເອງ ແລະ ຜູ້ເສຍຊີວີດ ແມ່ນໄດ້ນັ່ງຫຼີ້ນໂອ້ລົມກັນ ແລະ ເກີດມີການຜີດຖງຽກັນໃນຄະນະນັ້ນຕົນເອງ ເກີດມີຄວາມໃຈຮ້າຍ ໄດ້ເອົາມີດແທງໃສ່ຄໍ, ແທງໜ້າເອີກ ແລະ ແທງໃສ່ແຂນ ຂອງ ທ້ານສຸກສະຫວັນ ເຮັດໃຫ້ຜູ້ກ່ຽວເສຍຊີວີດຄາທີ, ຫຼັງຈາກນັ້ນຕົນເອງກໍ່ໄດ້ເອົາໂຕຫຼົບໜີ ແລະ ມາຮອດໃນວັນທີ 27 ພຶດສະພາ 2019 ຈືງຖືກເຈົ້າໜ້າທີຕຳຫຼວດກັກຕົວໄດ້.
ຕໍ່ກັບລາຍຄະດີດັ່ງກ່າວ ປະຈຸບັນເຈົ້າໜ້າທີຕຳຫຼວດໄດ້ດຳເນີນຄະດີຕາມລະບຽບກົດໝາຍ.