ປະກາດແຕ່ງຕັ້ງປະທານ ແລະ ຄະນະກຳມາທິການ ປກຊ-ປກສ ແຂວງວຽງຈັນ
ໃນວັນທີ 20 ກັນຍາ 2019 ນີ້ ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງວຽງຈັນ ໄດ້ປະກາດແຕ່ງຕັ້ງປະທານ, ຮອງປະທານຄະນະກຳມາທິການ ປກຊ-ປກສ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງຄວາມສະຫງົບ ມີບັນດາການນຳຂັ້ນແຂວງ, ຂັ້ນເມືອງພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກພະແນກການ ກົມກອງອ້ອມຂ້າງ ເຂົ້າຮ່ວມ.
ພົຕ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ຜ່ານມະຕີຕົກລົງຂອງຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະກຳມະການ ປກຊ-ປກສ ແຂວງວຽງຈັນ. ໃນນີ້, ໄດ້ແຕ່ງຕັ້ງສະຫາຍ ຄຳພັນ ສິດທິດຳພາ ເປັນປະທານຄະນະກຳມະການ ປກຊ-ປກສ ແຂວງວຽງຈັນ, ແຕ່ງຕັ້ງ ທ່ານ ພົຈວ ບຸນມາ ວົງດາລາແສນ ເປັນຮອງປະທານຄະນະກຳມະການ ປກຊ-ປກສ ແຂວງວຽງຈັນ, ແຕ່ງຕັ້ງ ພົຈວ ແສງຢືນ ລັດສະໜີ, ພັທ ຄຳສຸກ ໄຊມວນສິນ, ພູຄຳ ສຸດທີຈັກ , ພັທ ບຸນສຸກ ສຸພັດລັກ ເປັນກຳມະການ ຄະນະກຳມາທິການ ປກຊ-ປກສ ແຂວງ, ເພື່ອເຮັດໃຫ້ການຈັດຕັ້ງ ຂັ້ນແຂວງມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງຄວາມສະຫງົບ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ໃນການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ມັນແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ມັນແມ່ນກົດເກນພາວະວິໃສໃນການປະກາດແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະກຳມາທິການ ປກຊ-ປກສ ແຂວງວຽງຈັນ, ແນໃສ່ເພື່ອຊີ້ນຳພາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງວຽງຈັນ ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ. ຈາກນັ້ນກໍ່ໃດ້ຮຽກຮ້ອງໃຫ້ປະທານ, ຮອງປະທານ ແລະ ກຳມະການ ປກຊ-ປກສ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ເຮັດໜ້າທີ່ວຽກງານຂອງຕົນໃຫ້ສຳເລັດຜົນໂດຍດີ ພ້ອມກັນຍົກສູງຄວາມຮັບຜິດຊອບໃຫ້ດີຂື້ນກວ່າເກົ່າ.