ຈັບໄດ້ແລ້ວຜູ້ກໍ່ເຫດເລາະທຸບແວ່ນລົດ ຂອງປະຊາຊົນ
ພັທ ຈັນຫອມ ແກ້ວສຸລາໄຊ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ນັບແຕ່ຕົ້ນເດືອນກໍລະກົດ 2019 ນີ້ ໄດ້ມີເຫດການຄົນຮ້າຍເລາະທຸບແວ່ນລົດໃຫຍ່ຂອງປະຊາຊົນ ຢູ່ຕາມສະຖານທີ່ຕ່າງໆໃນນະຄອນຫຼວງວຽງຈັນ, ຕໍ່ກັບເຫດການດັ່ງກ່າວ ແມ່ນໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ ທາງດ້ານຊັບສິນຂອງລັດ ແລະ ຂອງປະຊາຊົນ.
ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນ ປກສ ເມືອງ, ປກສ ກຸ່ມ ແລະ ອົງການຈັດຕັ້ງບ້ານ ລົງເຄື່ອນໄຫວກວດກາຕິດຕາມ ບັນດາກຸ່ມເປົ້າໝາຍດັ່ງກ່າວ.
ມາຮອດວັນທີ 8 ພະຈິກ 2019 ຈຶ່ງສາມາດກັກຕົວຜູ້ກະທຳຜິດໄດ້ 1 ຄົນ, ພ້ອມປືນສັ້ນ 1 ກະບອກ, ເງິນກີບ 1 ຮ້ອຍລ້ານກີບ ແລະ ເຄື່ອງຂອງອື່ນໆອີກຈຳນວນໜຶ່ງ, ຜູ້ກະທຳຜິດຊື່ທ້າວ ຄຳນາງ ຫຼື ອຸຍ ອາຍຸ 36 ປີ ຢູ່ບ້ານໜອງທ່າເໝືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ໃຫ້ການຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ:ໄດ້ເຄື່ອນໄຫວເລາະຊອກທຸບແວນລົດຂອງປະຊາຊົນມາແຕ່ຕົ້ນປີ 2019 ໂດຍໄດ້ໃຊ້ຄ້ອນ ແລະ ສະວ່ານເປັນເຄື່ອງມືໃນການກໍ່ເຫດແຕ່ລະຄັ້ງ.