ລມຕ ກະຊວງ ປກສ ຕ້ອນຮັບ ຮອງລັດຖະມົນຕີກະຊວງຕຳຫຼວດ ສສ ຫວຽດນາມ
ໃນວັນທີ 12 ທັນວາ 2019 ນີ້ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ພົນຕີ ຫງວຽນ ຮອງລັດຖະມົນຕີກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ,
ເນື່ອງໃນໂອກາດທີ່ມາເຄື່ອນໄຫວພົບປະເຮັດວຽກຮ່ວມກັບຄະນະລັດຖະບານ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ການພົບປະກັນໃນຄັ້ງນີ້, ແມ່ນເປັນການສືບຕໍ່ຮ່ວມມືທາງດ້ານວຽກງານປ້ອງກັນຮັກສາຄວາມສະຫງົບ ເປັນຕົ້ນແມ່ນການແກ້ໄຂບັນຫາອາດຊະຍາກຳຂ້າມຊາດ, ບັນຫາຄ້າຂາຍເຖື່ອນ, ການຄ້າມະນຸດ, ບັນຫາຢາເສບຕິດ ແລະ ເພື່ອສ້າງແຜນສືບຕໍ່ຮ່ວມມືໃນວຽກງານອື່ນໆໃນປີ 2020, ນອກຈາກນີ້ຍັງເປັນການຮັດແໜ້ນຄວາມຮັກແພງສາມັກຄີລະຫວ່າງສອງກຳລັງປ້ອງກັນຄວາມສະຫງົບກໍ່ຄືສອງຊາດລາວ-ຫວຽດນາມໃຫ້ນັບມື້ແໜ້ນແຟ້ນຂື້ນເລື່ອຍໆ.