ກະຊວງປ້ອງກັນຄວາມສະຫງົບເຜີຍແຜ່ວຽກງານຕ້ານການຟອກເງິນ
ກະຊວງປ້ອງກັນຄວາມສະຫງົບ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງການເຜີຍແຜ່ ແລະເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 8 ມັງກອນ 2020 ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ ໂດຍການໃຫ້ກຽດເປັນປະທານຂອງ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ມີ ນາຍຕໍາຫຼວດຈາກກົມກອງວິຊາການທີ່ກ່ຽວຂ້ອງອ້ອມຂ້າງກະຊວງ, ຄະນະອະນຸກໍາມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວເຂົ້າຮ່ວມ.
ການເຜີຍແຜ່ໃນຄັ້ງນີ້ ເປັນການ ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດເພື່ອຕ້ານການຟອກເງິນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ກັບນາຍ ແລະ ພົນຕໍາຫຼວດທົ່ວກະຊວງປ້ອງກັນຄວາມສະຫງົບ ຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການການເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈຢ່າງເລີກເຊິ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 ຄືປີ 2020-2021.
ທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າ ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ນໍາສະເໜີພາບລວມການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນ ຂະບວນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນ ສປປ ລາວ ທີ່ປະກອບມີຄະນະກໍາມະການແຫ່ງຊາດ ແລະຄະນະວິຊາການຮັບຜິດຊອບວຽກງານດັ່ງກ່າວ ຈາກແຕ່ລະພາກສ່ວນທີ່ຕິດພັນ 13 ກະຊວງ, ການເຜີຍແຜ່, ການດໍາເນີນຄະດີສະຖານການຟອກເງິນຄຽງຄູ່ກັບການດໍາເນີນຄະດີສະຖານຄວາມຜິດທາງອາຍາຕ່າງໆ ແລະການຕິດ ຕາມກວດກາກໍ່ເພື່ອ ຊຸກຍູ້ໃຫ້ບັນດາຫົວໜ່ວຍທີ່ມີໜ້າທີ່ລາຍງານປະຕິບັດພັນທະວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ກະກຽມການປະເມີນຜົນຮອບດ້ານໃນປີ 2020-2021 ຂອງ ສປປ ລາວ.
ໃນໂອກາດນີ້, ພົນຕີ ກົງທອງ ພົງວິຈິດ ເນັ້ນວ່າ: ວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນມີ ຄວາມສໍາຄັນຕໍ່ສະພາບການດໍາເນີນເສດຖະກິດໃນປະເທດ. ດັ່ງນັ້ນ, ລັດຖະບານ ໄດ້ເຫັນຄວາມສໍາຄັນ ແລະສ້າງຄະນະກໍາມະການລະດັບຊາດ ໂດຍປະກອບມີການນໍາລະດັບສູງຈາກ 13 ກະຊວງ-ທຽບເທົ່າ ເຂົ້າຮ່ວມໃນຄະນະ ແລະສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາຂອງສາກົນ. ໃນນັ້ນ, ກະຊວງປ້ອງກັນຄວາມສະຫງົບ ກໍ່ມີການນໍາລະດັບສູງ 2 ທ່ານແລະກົມກອງທີ່ກ່ຽວຂ້ອງ 10 ກົມກອງເຂົ້າເຮັດວຽກດັ່ງກ່າວແລະຂໍຮຽກຮ້ອງໃຫ້ທຸກຄົນທຸກກົມກອງ ຕ້ອງເພີ່ມຄວາມຮັບຜິດຊອບ ໃຫ້ສູງກ່ວາເກົ່າ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ, ມີປະສິດທິພາບສູງ ພ້ອມທັງມີຜົນສໍາເລັດຢ່າງຈົບງາມ.