ກະຊວງ ປກສ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດຫວຽດນາມ
ໃນວັນທີ 10 ກຸມພານີ້ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດຫວຽດນາມ ນຳໂດຍ ພົອ ໂຕເລິມ ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ກຸມພານີ້ ທີ່ສະໜາມບິນສາກົນວັດໄຕ.
ໂອກາດນີ້ ພົຕ ກົງທອງ ພົງວິຈິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຂອງສອງພັກສອງລັດປະຊາຊົນສອງຊາດລາວ ຫວຽດນາມອ້າຍນ້ອງ ທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍ່ແມ່ນ 2 ກະຊວງ ປກສ ລາວ-ຫວຽດນາມ ໃຫ້ນັບມື້ງອກງາມຍິ່ງໆຂື້ນ.