ພິທີປະກາດແຕ່ງຕັ້ງຮັກສາການຫົວໜ້າ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ
ພິທີປະກາດແຕ່ງຕັ້ງຮັກສາການຫົວໜ້າ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດໃນວັນທີ 13 ກຸມພາ 2020, ໂດຍການເຂົ້າຮ່ວມຂອງ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ, ມີ ຄະນະກອງບັນຊາການ, ຄະນະພັກ, ຄະນະບັນຊາ, ຄະນະກອງພັນ, ຫ້ອງ, ກອງຮ້ອຍ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ພັທ ຄຳພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງປ້ອງກັນຄວາມສະຫົງບໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າ ກອງບັນຊາການປ້ອງກັນສູນກາງ ໂດຍໄດ້ແຕ່ງຕັ້ງ ພັອ ສົມພົງ ຂໍາວິລຸນ ເປັນຮັກສາການຫົວໜ້າກອງບັນຊາການປ້ອງກັນສູນກາງ, ທັງນີ້ ກໍ່ເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ຂອງກຳລັງປ້ອງກັນຄວາມສະຫງົບຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໂອກາດດຽວກັນ ພົຕ ປອ ສົມຫວັງ ທຳມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຫົວໜ້າກອງບັນຊາການປ້ອງກັນສູນກາງຜູ້ເກົ່າ ຕະຫຼອດຮອດຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບທົ່ວກອງບັນຊາການປ້ອງກັນສູນກາງທີ່ໄດ້ທຸ້ມເທເຫືຶອ, ແຮງ, ສະຕິປັນຍາ, ມີຄວາມອົບທົນສູ້ຊົນເຂົ້າໃນວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ, ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ສ້າງໃຫ້ກອງບັນຊາການປ້ອງກັນສູນກາງມີຄວາມເຕີບໃຫ່ຍ ແລະ ເຂັ້ມແຂງຂື້ນໄປເລື່ອຍໆ