ລາຍງານປະຈຳວັນທີ 3 ເມສາ ບໍ່ພົບຜູ້ຕິດເຊື້ອເພີ່ມ ຕົວເລກຍັງຢູ່ທີ່ 10 ຄົນ
ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມແລະແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນທີ 3 ເມສາ ປີ2020
ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ
I. ສະພາບການ COVID-19 ໃນທົ່ວໂລກມາຮອດເວລາ 11:00 ໂມງເຊົ້າ ຂອງວັນທີ 3 ເມສາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 204 ປະເທດ, ເພີ້ມຂື້ນອີກ 1 ປະເທດ ຄື ປະເທດມາລາວີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ1,014,943 ກໍລະນີ(ເພີ່ມຂື້ນ 79,747 ກໍລະນີ, ເສຍຊິວິດ 53,166 (ເພີ່ມຂື້ນ 5,947 ກໍລະນີ) ແລະ ປີ່ນປົວຫາຍດີ 212,018 (ເພີ່ມຂື້ນ 18,029).
II. ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວຮອດ 5 ໂມງແລງ ຂອງວັນທີ 2 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ.
2. ການເຝົ້າລະວັງ ແລະ ວິເຄາະ
ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບ ຖືວ່າມື້ນີ້ບໍ່ມີກໍລະນີໃໝ່. ມາຮອດວັນທີ 2 ເມສາ 2020ໄດ້ເກັບຕົວຢ່າງມາກວດທັງໝົດ 520 ຄົນ, ກວດພົບເຊື້ອ 10 ຄົນ.
ປະຈຸບັນຈຳນວນກໍລະນີໃກ້ຊິດສຳພັດກັບຄົນເຈັບ ທີ່ກຳລັງຕິດຕາມມີ 216 ຄົນຢູ່ໃນແຂວງອຸດົມໄຊ, ຫຼວງພະບາງ ແລະນະຄອນຫຼວງ.
ຂໍ້ແນະນຳ
ປະຈຸບັນທິມງານແພດຂອງລາວເຮົາກໍໄດ້ເຮັດວຽກຮ່ວມກັບຊ່ຽວຊານມາແຕ່ຈີນຢ່າງເຄັ່ງຮ້ອນ ໂດຍສະເພາະ ໃນຂົງເຂດຄວບຄຸມການລະບາດ ແລະ ການຄຸ້ມຄອງກໍລະນີປິ່ນປົວຜູ້ຕິດເຊື້ອເປັນຕົ້ນ ມາດຕະການຈຳກັດບໍລິເວນ ແລະ ການປິ່ນປົວຄົນເຈັບຜູ້ຕິດເຊື້ອ.
ເລີ່ມແຕ່ວັນທີ່ 1 ເມສາເປັນຕົ້ມາຄຳສັ່ງນາຍົກ ເລກທີ 06 ມີຜົນສັກສິດໃຫ້ຈັດຕັ້ງປະຕິບັດ ຈຶ່ງຢາກຂໍແນະນຳຕໍ່ ພະນັກງານລັດຖະກອນ ຜູ້ທີ່ພັກວຽກ, ພັກການ ແລະ ປະຊາຊົນທົ່ວໄປ ທີ່ຈະຈຳກັດໂຕເອງຢູ່ເຮືອນ ດ້ວຍວິທີການທີ່ເໝາະສົມດັ່ງນີ້:
ຂໍໃຫ້ຈຳກັດຄົນໃນຄອບຄົວທີ່ຈະອອກໄປນອກ ໄປສະເພາະແຕ່ສິ່ງທີ່ຈຳເປັນ ເປັນຕົ້ນຊື້ເຄື່ອງ ອຸປະໂພກ ບໍລິໂພກ 1 ຫາ 2 ຕໍ່ອາທິດ ຫຼືການເຈັບເປັນ ແລະ ສິ່ງອື່ນໆທີ່ມີຄວາມຈຳເປັນແທ້, ເວລອອກໄປກໍ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດເຊັ່ນ ໃສ່ຜ້າອັດປາກດັງ ຢູ່ຫ່າງກັນ 2 ແມັດ, ໝັ່ນລ້າງມື ແລະ ຂ້າເຊື້ອດ້ວຍນ້ຳຢາ ຫຼື ເຫຼົ້າ 70 ອົງສາຂື້ນໄປ.