ຖະແຫລງຂ່າວ ໂຄວີດ 19 ປະຈຳວັນທີ 26 ເມສາ ປະເທດລາວບໍ່ມີຜູ້ຕິດເຊື້ອເພີ່ມ.
ອີງຕາມການຖະແຫລງຂ່າວປະຈຳວັນທີ 26 ເມສາ 2020 ທ່ານ ຮສຈ ດຣ ພຸທອນ ເມືອງປາກ ຮອງ ລມຕ ກະຊວງ ສາທາລະນະສຸກ ຜຸ້ປະຈຳການ ຄະນະສະເພາະກິດປ້ອງກັນ, ຄວບຄູມ ແລະ ແກ້ໄຂ ໂຄວິດ 19 ໄດ້ກ່າວວ່າ: ໃນວັນທີ 25 ເມສາ ຄະນະຮັບພິດຊອບໄດ້ເກັບຕົວຢ່າງມາວິເຄາະທັງໝົດ 74 ຄົນ ໃນນີ້ບໍ່ມີຜູ້ຕິດເຊື້ອ.