ກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສືບຕໍ່ເຂັ້ມງວດ ກວດກາ ການປະຕິບັດຄຳສັ່ງຂອງຂັ້ນເທິງ ໃນການຕ້ານໂຄວິດ-19 ຈົນໄປເຖິງ 17 ພຶດສະພາ
ພັທ ສຸລົດ ໂຄດຕະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການປະຕິບັດມາດຕະການຕ່າງໆຂອງຂັ້ນເທິງ ໃນການຕ້ານໂຄວິດ-19 ກອງບັນຊາການ ປກສ ເມືງປາກງື່ມ ແມ່ນໄດ້ປະສານສົມທົບກັບຫຼາຍພາກສ່ວນ ເຂັ້ມງວດໃນການຕິດຕາມກວດກາ ເປັນຕົ້ນແມ່ນ ຈຸດເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ບໍລິຄຳໄຊ, ພ້ອມທັງຈະໄດ້ເຂັ້ມງວດໄປຈົນເຖິງວັນທີ 17 ພຶດສາພາ ຕາມແຈ້ງການຂອງຂັ້ນເທິງວາງອອກ.